ຮອງເຈົ້າແຂວງຊຽງຂວາງກວດກາຊົນລະປະທານ2ໂຄງການ
23/05/2024
ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະກວດກາຈາກພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ແລະ ບໍລິສັດ ໄດ້ລົງກວດກາຜົນສຳເລັດ100%ການກໍ່ສ້າງ-ຟື້ນຟູ, ສ້ອມແປງຊົນລະປະທານ2ໂຄງການຢູ່ເມືອງໝອກ ຂອງບໍລິສັດ ພູພຽງ ກໍ່ສ້າງເຄຫາສະຖານ ຂົວທາງຊົນລະປະທານ ຈຳກັດຜູ້ດຽວ.
ໃນວັນທີ 21 ພຶດສະພາ 2024 ການນຳແຂວງ ແລະ ຄະນະກວດກາ ໄດ້ລົງກວດກາເບິ່ງຜົນສຳເລັດການກໍ່ສ້າງຕົວຈິງຢູ່ພື້ນທີ່ ພາກສະໜາມຕົວຈິງ ຈຳນວນ2ໂຄງການ ເຊິ່ງທ່ານ ທອງດຳ ພັນທະວົງ ວິຊາການປະຈຳພາກສະໜາມ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຕົວຈິງ ທຶນກໍ່ສ້າງ-ຟື້ນຟູ ສ້ອມແປງແມ່ນທຶນຂອງລັດຖະບານ ເຊິ່ງຊົນລະປະທານແມ່ນໄດ້ຮັບຄວາມເສຍຫາຍ ຈາກໄພພິບັດ ແລະ ກໍ່ສ້າງໃໝ່ ບໍລິສັດໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ ຄວາມຮັບຜິດຊອບ ຈັດສົ່ງອຸປະກອນການກໍ່ສ້າງເຂົ້າເຖິງສະໜາມທັນເວລາ ມີກົນຈັກພຽງພໍ ມີນາຍຊ່າງຊຳນານງານໃນການກໍ່ສ້າງ ປະຊາຊົນບາງບ້ານປະກອບສ່ວນແຮງງານ, ວັດຖຸທ້ອງຖິ່ນຈຳນວນໜຶ່ງເຊັ່ນ: ຕັ້ງແຄ່ມພັກຊົ່ວຄາວ, ຕັດໄມ້ຄ້ຳແບບ ບາງບ້ານແມ່ນການປະກອບສ່ວນແມ່ນມີໜ້ອຍຫຼາຍ ການກໍ່ສ້າງແມ່ນຖືກຕ້ອງຕາມມາດຕະຖານ ແລະ ສຳເລັດແລ້ວ100%, ທ່ານ ວ່າຫາ ຊົວໄຊຊົງມາ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ໃຫ້ສຳພາດວ່າ: 2ໂຄງການມີຄື: ຊົນລະປະທານນ້ຳຈັດ ແລະ ຄອງເໝືອງນາແຄ, ນາມອນ, ທົ່ງໜອງຂຽວ, ຝາຍນ້ຳຈັດ ບ້ານນາຄ່ອນ ເທດສະບານເມືອງໝອກ ເປັນຝາຍນ້ຳລົ້ນ ເບຕົ່ງເສີມເຫຼັກ ມີຄວາມຍາວນ້ຳໄຫຼຜ່ານ48ແມັດ, ກ້ວາງ6ແມັດ ສັນຝາຍກວ້າງ1,6 ແມັດ, ມີຄວາມສູງ3ແມັດ ຝາກັນດິນສອງຂ້າງເຮັດດ້ວຍເບຕົ່ງເສີມເຫຼັກ2ຊັ້ນ ລວງຍາວຕາມນ້ຳໄຫຼຜ່ານ17ແມັດ ແລະ ຄອງໜອງເບຕົ່ງເສີມເຫຼັກ ຍາວ650ແມັດ, ກວ້າງ0,8ແມັດ ສູງ0,8ແມັດ ໜາ0,15ແມັດ ມູນຄ່າການກໍ່ສ້າງ8ຕື້ກວ່າກີບ ຮັບໃຊ້ເນື້ອທີ່70ເຮັກຕາ ແລະ ສາມາດຂະຫຍາຍໄດ້ອີກ10ກວ່າເຮັກຕາ ສະໜອງນ້ຳໄດ້ສອງລະດູ, ຄອງເໝືອງນາແຄ-ນາມອນ ທົ່ງໜອງຂຽວ ເປັນຄອງເໝືອງເບຕົ່ງເສີມເຫຼັກຍາວ1.800ແມັດ, ມູນຄ່າການກໍ່ສ້າງ6ຕື້ກວ່າກີບ ສາມາດສະໜອງນ້ຳໄດ້ສອງລະດູ ໃຫ້ເນື້ອທີ່83ເຮັກຕາ ຂອງ2ບ້ານຄື: ບ້ານນາແຄ ແລະ ບ້ານນາມອນ ມີພົນລະເມືອງລວມ624ຄົນ ລວມມູນຄ່າການກໍ່ສ້າງ2ໂຄງການ14ຕື້ກວ່າກີບ.
ຄະນະຜູ້ແທນ ແລະ ບໍລິສັດໄດ້ ປະກອບຄຳຄິດເຫັນ, ແລກປ່ຽນ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໂອກາດນີ້ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ ໄດ້ມີຄຳຄິດເຫັນຊົມເຊີຍນຳບໍລິສັດ ທີ່ສຸມໃສ່ການກໍ່ສ້າງສຳເລັດຕາມແຜນ ເຖິງວ່າເງິນເຟີ້ ກໍ່ບໍ່ໄດ້ຫຼົດລະໂຄງການ, ໃຫ້ເມືອງຊີ້ນຳພໍ່ແມ່ປະຊາຊົນ ປົກປັກຮັກສາ ຊົມໃຊ້ໃຫ້ຍາວນານ. ນອກນີ້ ທ່ານຮອງເຈົ້າແຂວງຍັງໄດ້ໂອ້ລົມ ພະນັກງານຫຼັກແຫຼ່ງຂອງເມືອງໝອກ ເຊິ່ງເນັ້ນໃຫ້ເອົາໃຈໃສ່ ການດຳເນີນກອງປະຊຸມໃຫຍ່3ຂັ້ນຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ ແທດເໝາະກັບຕົວຈິງ, ສຸມໃສ່ການແກ້ໄຂຄວາມທຸກຍາກ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າໃຫ້ແໜ້ນແຟ້ນ, ສຸມໃສ່ການຜະລິດກະສິກຳ ສອງລະດູ ໃຫ້ກາຍເປັນສິນຄ້າ ຖືສຳຄັນວຽກງານປກຊ-ປກສ, ຫ້າມປູກຝິ່ນ, ທັບມ້າງ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ປົກປັກຮັກສາປ່າໄມ້ ແລະ ປູກປ່າໃຫ້ຫຼາຍຂຶ້ນເລື້ອຍໆ
ຂ່າວ: ບຸນມີ ແສງທຸມມີ