22/05/2024
ວັນທີ 16 ພຶດສະພາ 2024, ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ຄະນະກວດກາພັກ, ອົງການກວດກາລັດ ແຂວງເຊກອງ ໄດ້ຈັດກອງປະຊຸມ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະປີ 2024-2025, ໂດຍການເປັນປະທານຂອງທ່ານ ບຸນຫຼາຍ ບຸດທິ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ປອ ສົມນິດ ສີລິບຸນລ້ຽງ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ, ມີຮອງຫົວໜ້າພະແນກພາຍໃນແຂວງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນຄະນະກວດກາພັກ, ອົງການກວດລັດແຂວງ ເຂົ້າຮ່ວມທັງໝົດ 23 ທ່ານ, ຍິງ 10 ທ່ານ.
ໃນກອງປະຊຸມ ທ່ານ ນາງ ແສງມະນີ ໄຊສົງຄວາມ ຮອງປະທານຄະນະກວດກາພັກ, ຮອງປະທານອົງການກວດກາລັດແຂວງ ໄດ້ຜ່ານບົດສະຫຼຸບ ແລະ ເປີດການແຂ່ງຂັນຮັກຊາດ ແລະ ພັດທະນາ, ແຜນການໃນຕໍ່ໜ້າ ( 2024-2025) ຂອງຄະນະກວດກາພັກ, ອັງການກວດກາລັດແຂວງ, ຫຼັງຈາກນັ້ນ ທ່ານ ອ່ອນມະນີ ຈັນດາວົງ ຮອງປະທານຄະນະກວດກາພັກ, ຮອງປະທານອົງການກວດກາລັດແຂວງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນຳການແຂ່ງຂັນ-ຍ້ອງຍໍ ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງເນື້ອໃນຂໍ້ແຂ່ງຂັນ, ພ້ອມນີ້ທ່ານ ຄຳຈິນດາ ໄຊຍະບູລີ ຫົວໜ້າຫ້ອງການ ຄະນະກວດກາພັກ-ລັດແຂວງ ກໍ່ໄດ້ຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງຄະນະກວດກາແຂວງປີ 2024-2025 ແລະ ສະເໜີໃຫ້ພະນັກງານ-ລັດຖະກອນທົ່ວອົງການລົງທະບຽນ ແລະ ຈັບມືແຂ່ງຂັນກັນທາງດ້ານການເມືອງ-ແນວຄິດ ແລະ ດ້ານວິຊາສະເພາະ, ພາຍໃຕ້ຄໍາຂວັນແຂ່ງຂັນ: ກວດກາທົ່ວເຖິງ, ເລິກເຊິ່ງ, ໂປ່ງໃສ, ແກ້ໄຂບັນຫາຖືກຕ້ອງ, ເດັດຂາດ, ທັນການ ແລະ ເປັນທໍາ ຊຶ່ງມີຜູ້ເຂົ້າຮ່ວມແຂ່ງຂັນ 26 ຄົນ, ຍິງ 11 ຄົນ. ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອປຸກລະດົມກຳລັງແຮງຂອງພະນັກງານພາຍໃນຄະນະກວດກາ ເຊີດຊູນ້ຳໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ, ເສີມຂະຫຍາຍຄວາມດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ, ປະດິດສ້າງ ແລະ ແຂ່ງຂັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສູ້ຊົນປະຕິບັດ ບັນດາຄາດໝາຍ ພ້ອມກັນອອກແຮງແຂ່ງຂັນ ເພື່ອບັນລຸຕາມເນື້ອໃນການແຂ່ງຂັນ 03 ໜ້າທີ່, 12 ຂໍ້ປະຕິບັດ ແລະ ບັນລຸຕາມ 4 ຄາດໝາຍລວມ ຂອງເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຄື: ເຮັດໃຫ້ໄວ, ເຮັດໃຫ້ດີ, ເຮັດໃຫ້ຫຼາຍ ແລະ ເຮັດໃຫ້ຖືກຕ້ອງຕາມລະບຽບຂອງພັກ, ກົດໝາຍຂອງລັດ.
ໃນທ້າຍກອງປະຊຸມ ທ່ານ ບຸນຫຼາຍ ບຸດທິ ໄດ້ຕີລາຄາສູງຕໍ່ການນໍາພາ-ຊີ້ນໍາຂອງຄະນະກວດກາພັກ, ອົງການກວດກາລັດແຂວງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕິດພັນກັບວຽກງານການແຂ່ງຂັນຮັກຊາດ ແລະ ພັດທະນາ, ພ້ອມທັງເນັ້ນໃຫ້ພະນັກງານທຸກຄົນເປັນເສນາທິການໃນການຕິດຕາມ, ກວດກາວຽກງານດ້ານຕ່າງໆຢ່າງເຂັ້ມງວດ, ເພີ່ມທະວີຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ, ແນວຄິດ, ຄວາມຮູ້ຄວາມສາມາດ, ສືບຕໍ່ປະຕິບັດຈັດຕັ້ງແຂ່ງຂັນວຽກງານວິຊາເພາະຕາມຄວາມຮັບຜິດຊອບຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດສຳເລັດໜ້າທີ່ການເມືອງຕາມຄາດໝາຍທີ່ວາງໄວ້.