ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງອຸດົມໄຊ ເຄື່ອນໄຫວຊຸກຍູ້ວຽກງານ ກວດກາຢູ່ ເມືອງຫຼາ

22/05/2024

ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງອຸດົມໄຊ ເຄື່ອນໄຫວຊຸກຍູ້ວຽກງານ ກວດກາຢູ່ ເມືອງຫຼາ

ວັນທີ 17 ພຶດສະພາ 2024, ທ່ານ ນ. ຈັນສະໝອນ ທິບພະຫົງ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງອຸດົມໄຊ ພ້ອມດ້ວຍທີມງານ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ ເມືອງຫຼາ ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ໄລວອນ ຈັນທະລາ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ, ປະທານອົງການກວດກາລັດ ເມືອງຫຼາ ພ້ອມດ້ວຍຄະນະ.

ໃນການລົງເຄື່ອນໄຫວຊຸກຍູ້ຄັ້ງນີ້ ທ່ານ ນາງ ໄລວອນ ຈັນທະລາ ໄດ້ລາຍງານສະພາບການເຄື່ອນໄຫວໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາຂອງເມືອງໃນໄລຍະ 01 ປີຜ່ານມາ ເຊິ່ງທ່ານໃຫ້ຮູ້ວ່າ: ຄະນະພັກ, ຄະນະກວດກາເມືອງຫຼາໄດ້ຖືເອົາວຽກງານກວດກາ ເປັນວຽກງານທີ່ສໍາຄັນຕົ້ນຕໍ ພ້ອມທັງເອົາໃຈໃສ່ໃນການຕິດຕາມ, ກວດກາ, ຊຸກຍູ້ ການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການປະຕິບັດແນວທາງນະໂຍບາຍຂອງພັກ, ບັນດາມະຕິຄໍາສັ່ງ, ລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ. ວຽກງານປັບປຸງກໍ່ສ້າງພັກແມ່ນໄດ້ປະຕິບັດຖືກຕ້ອງຕາມກົດລະບຽບຂອງພັກ, ຢ່າງເປັນລະບົບຕໍ່ເນື່ອງ ບົນພື້ນຖານ 05 ຫຼັກການ, 03 ທິດນໍາຂອງພັກ, ມາຮອດປັດຈຸບັນທົ່ວເມືອງມີສະມາຊິກພັກທັງໝົດ 1,339 ສະຫາຍ, ຍິງ 292 ສະຫາຍ, ໃນນີ້ສະມາຊິກພັກສຳຮອງ 56 ສະຫາຍ, ຍິງ 11 ສະຫາຍ, ໄດ້ປະເມີນໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສຳເລັດທັງໝົດ 60 ໜ່ວຍພັກ. ໃນປີ 2023 ມີສະມາຊິກພັກຖືກປະຕິບັດວິໄນ ທັງໝົດ 03 ສະຫາຍ, ໃນນີ້ຂັ້ນກ່າວເຕືອນ 01 ສະຫາ; ລຶບຊື່ອອກຈາກພັກ 02 ສະຫາຍ, ນອກຈາກນີ້ຍັງໄດ້ຕິດຕາມ, ກວດກາການຂຸດຄົ້ນແຮ່ທາດຂອງ 4 ຄື: ບໍລິສັດ CNP, ບໍລິສັດດຸ່ນຮ່ວງ, ບໍລິສັດລາວນໍ້າຄໍາ ແລະ ບໍລິສັດຫົງຊິນແຮ່ທາດຈຳກັດ, ກວດກາໂຄງການລົງທຶນຂອງລັດໃນການກໍ່ສ້າງເໝືອງນໍ້າຊົນລະປະທານ ທັງໝົດ 03 ໂຄງການ ລວມມູນຄ່າການກໍ່ສ້າງ 4,609 ຕື້ກວ່າກີບ, ໄດ້ຕິດຕາມ, ກວດກາ ຊຸກຍູ້ການມອບເງິນເຂົ້າງົບປະມານແຫ່ງລັດ ຢູ່ຫ້ອງການ-ການເງິນເມືອງ ໂດຍສະເພາະແມ່ນການສະຫຼຸບເງິນເກີນແຜນປະຈໍາປີ 2020-2021, ຮ່ວງເງິນຂອງບໍລິສັດລາວລີ້ວ ແລະ ເງິນຄ່າເຊົ່າສໍາປະທານຂອງບໍລິສັດຈີນໄທ້ ຂຸດຄົ້ນແຮ່ເຫຼັກ ຢູ່ກຸ່ມຕາດມ່ວນ. ນອກຈາກນີ້, ຍັງໄດ້ເຄື່ອນເຜີຍແຜ່ເຊື່ອມຊຶມ ນິຕິກຳ ກ່ຽວກັບວຽກງານກວດກາລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ສະມາຊິກພັກ-ພະນັກງານ ບັນດາອົງການຈັດຕັ້ງຢູ່ ກຸ່ມຕາດມ່ວນຈໍານວນ 07 ບ້ານ; ໄດ້ສໍາເລັດການຕິດຕາມ, ກວດກາ ຮ່ວມກັບຄະນະຮັບຜິດຊອບລົງດັດສົມລົດລັດຂອງເມືອງ, ຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງພົນລະເມືອງ 01 ສະບັບ. ພ້ອມດຽວກັນນີ້ໄດ້ກວດກາການຈັດສັນ, ແກ້ໄຂສັດລ້ຽງທີ່ປ່ອຍຊະຊາຍຢູ່ພາຍໃນເທດສະບານເມືອງ.

ໂອກາດນີ້ ທ່ານ ນ. ຈັນສະໝອນ ທິບພະຫົງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງ ມີຄຳເຫັນ ແລະ ໃຫ້ທິດຊີ້ນໍາບາງດ້ານເປັນຕົ້ນແມ່ນໃຫ້ຄະນະພັກ, ຄະນະກວດກາສືບຕໍ່ສຶກສາອົບຮົມການເມືອງແນວຄິດ ແລະ ສ້າງເງື່ອນໄຂໃຫ້ພະນັກງານໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ເອົາໃຈໃສ່ເຊື່ອມຊຶມກຳແໜ້ນ ບັນດານິຕິກຳທີ່ສໍາຄັນຕ່າງໆທີ່ພົວພັນເຖິງວຽກງານກວດກາ ໂດຍສະເພາະກົດລະບຽບຂອງພັກ,​ ມະຕິ, ຄໍາສັ່ງ, ບົດແນະນຳ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ພ້ອມທັງຕິດຕາມການດໍາເນີນ ກອງປະຊຸມໃຫຍ່ 03 ຂັ້ນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ເພື່ອພ້ອມກັນສູ້ຊົນບັນດາຄາດໝາຍທີ່ວາງໄວ້ໃຫ້ບັນລຸດ້ວຍຜົນສຳເລັດສູງ.
ພາບ-ຂ່າວໂດຍ: ນາງ ເກດທອງ ປັນຍາລັກ ຄະນະກວດກາ ເມືອງຫຼາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)