ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຄະນະກວດກາເມືອງປາກແບງ,ແຂວງອຸດົມໄຊ

21/05/2024

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຄະນະກວດກາເມືອງປາກແບງ,ແຂວງອຸດົມໄຊ

ຕອນບ່າຍວັນທີ 20 ພຶດສະພາ 2024 ຄະນະໜ່ວຍພັກຄະນະກວດກາເມືອງປາກແບງໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ II ຂອງຕົນຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ3 ຕຶກຫ້ອງວ່າການເມືອງປາກແບງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສີວັນ ບຸນປະຈິດ ຮອງເລຂາໜ່ວຍພັກຄະນະກວດກາເມືອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອິນແປງ ປັນຍາທອງ ຮອງເລຂາພັກເມືອງ,ປະທານຄະນະກວດກາພັກ,ປະທານອົງການກວດກາລັດເມືອງ, ມີບັນດາສະຫາຍສະມາຊິກພັກ ແລະແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ທອງສາຍ ສີເຮືອງມາ ຮອງຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ41/ຄກພມ,ລົງວັນທີ 17 ພຶດສະພາ 2024 ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ໜ່ວຍພັກ ຄະນະກວດກາເມືອງ, ຈາກນັ້ນ; ສະຫາຍ ສີວັນ ບຸນປະຈິດ ຮອງເລຂາໜ່ວຍພັກ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານ ຮ່າງບົດລາຍງານການເມືອງ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງ ແຜນການແຕ່ປີ2025-2029 ຕິດພັນກັບວຽກງານກວດກາ. ໂດຍຍົກໃຫ້ເຫັນການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກໄລຍະ 5 ປີຜ່ານມາແມ່ນໄດ້ມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນສາມາດຮັກສາໄດ້ໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ 4 ປີຊ້ອນ,ໄດ້ນໍາພາ-ຊີ້ນຳຕໍ່ວຽກງານຕິດຕາມ, ກວດກາພັກ, ກວດກາລັດ ແລະຕ້ານການສໍ້ລາດບັງຫຼວງເປັນວຽກໜຶ່ງທີ່ສຳຄັນ ແລະຕິດພັນກັບການນຳພາຂອງພັກແຕ່ລະຂັ້ນເປັນຕົນແມ່ນການຕິດຕາມ-ກວດກາການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດແນວທາງ, ມະຕິຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະລະບຽບການຕ່າງໆຂອງລັດວາງອອກ. ຕິດຕາມ-ກວດກາການປະຕິບັດໜ້າທີ່ຂອງຄະນະພັກ, ການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ຕິດພັນກັບການດຳເນີນຊີວິດການເມືອງ, ການດຳເນີນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກເມືອງ ແລະກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ, ໜ່ວຍພັກສຳເລັດທົ່ວເມືອງ ການສະເໜີແກ້ໄຂ ຄຳຮ້ອງ, ຄໍາສະເໜີ ແລະຜົນຂອງການກວດກາເຫັນວ່າຖືກຕ້ອງຊອດຄອງ. ຜ່ານການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາສາມາດສະກັດກັ້ນໄດ້ປະກົດການຍໍ້ທໍ້ພາຍໃນການຈັດຕັ້ງພັກ-ລັດ ແລະຖັນແຖວພະນັກງານ-ລັດຖະກອນໄດ້ດີຕະຫຼອດ ພ້ອມນີ້ ຜູ້ແທນເຂົ້້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາເຫັນຕໍ່ຮ່າງລາຍງານການເມືອງ, ທິດທາງແຜນການຕິດພັນກັບວຽກງານກວດກາ, ເພື່ອເຮັດໃຫ້ເນື້ອໃນເອກະສານຕ່າງໆສົມບູນຂຶ້ນ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກຊຸດໃໝ່, ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 03 ສະຫາຍ, ຍິງ 0 ສະຫາຍ, ເລືອກໄດ້ 02 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາສະຫາຍ ສີໄວ ແສງດວງໃຈ ເປັນເລຂາໜ່ວຍພັກ, ສະຫາຍ ສີວັນ ບຸນປະຈິດ ເປັນຮອງ ເລຂາໜ່ວຍພັກ ທັງເປັນຜູ້ເຮັດວຽກງານກວດກາໜ່ວຍພັກ.

ຕອນທ້າຍກອງປະຊຸມ ສະຫາຍ ອິນແປງ ປັນຍາທອງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະໜ່ວຍພັກ, ສະມາຊິກພັກຊຸດເກົ່າຍາດມາໄດ້ ແລະ ມີຄຳເຫັນຊີ້ນຳຕໍ່ກອງປະຊຸມເປັນຕົ້ນແມ່ນໄດ້ເນັ້ນຄະນະໜ່ວຍຊຸດໃໝ່, ສະມາຊິກພັກແຕ່ລະສະຫາຍ ຕ້ອງເພີ່ມທະວີເອົາໃຈໃສ່ໃນການເຄື່ອນ ໄຫວວຽກງານຕິດຕາມ-ກວດກາພັກ, ຕິດຕາມ-ຊຸກຍູ້ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານຕິດຕາມ-ກວດກາລັດ. ສະມາຊິກພັກທຸກສະຫາຍເປັນເຈົ້າການເຄົາລົບປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ, ເປັນແບບຢ່າງໃຫ້ແກ່ມະຫາຊົນ ເພື່ອເຮັດໃຫ້ມະຫາຊົນເຊື່ອໝັ້ນຕໍ່ການນໍາພາຂອງພັກຍົກສູງພາລະບົດບາດຂອງຕົນໃຫ້ດີຂຶ້ນເລື້ອຍໆ. ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປຕາມຂັ້ນຕອນຂອງກົດລະບຽບພັກ ແລະ ມີຜົນສໍາເລັດອັນຈົບງາມ.
ພາບ-ຂ່າວໂດຍ:ສະຫາຍ ສົມບັດ ຫຼວງອຸດອນ ຄະນະກວດກາເມືອງປາກແບງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)