17/05/2024
ໃນວັນທີ 3 ເມສາ 2024 ນີ້ ຄະນະກວດກາພັກ-ລັດ ເມືອງຫຼາ ໄດ້ຈັດກອງປະຊຸມວຽກງານກວດກາທົ່ວເມືອງຫຼາ ປະຈຳປີ 2023 ຂື້ນຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງຫຼາ ໂດຍການເປັນປະທານ ຂອງສະຫາຍ ນາງ ໄລວອນ ຈັນທະລາ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ-ລັດເມືອງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຫຸມພັນ ບຸບຜາຄໍາ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງຫຼາ, ມີບັນດາສະຫາຍກຳມະການປະຈຳພັກເມືອງ, ກຳມະການພັກເມືອງ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ສຸລິເທີ້ມ ສີວິໄລ ຮອງປະທານຄະນະກວດກາພັກ-ລັດເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານກວດກາພັກ-ລັດ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ນອກນີ້ ໃນກອງປະຊຸມ ເຜີຍແຜ່ຄໍາແນະນຳຂອງອົງການກວດກາແຫ່ງລັດ ເລກທີ 331/ອກຫລ, ລົງວັນທີ 23 ຕຸລາ 2023 ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາ ແລະ ຄຳແນະນຳຂອງຄະນະກວດກາສູນກາງພັກ ເລກທີ 379/ຄກສພ; ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງ ຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ ພ້ອມນີ້ ຜູ້ແທນກອງປະຊຸມກໍໄດ້ຮັບຟັງການລາຍງານກ່ຽວກັບການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຈາກການຈັດຕັ້ງປະຕິບັດ ຂອງບັນດາຂະແໜ່ງການ ໃນໄລຍະ 1 ປີ, ມີຄໍາເຫັນ (ຕາມຄໍຖາມເຈາະຈີ້ມ ) ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານກວດກາ ພ້ອມທັງແກ້ຂໍ້ຂອງໃຈ ຈາກທຸກພາກສ່ວນຢ່າງພາວະວິໄສ, ເລິກເຊິ່ງ ແລະ ກົງໄປກົງມາ.
ໃນຕອນທ້າຍກອງປະຊຸມ ສະຫາຍ ຫຸ້ມພັນ ບຸບຜາຄໍາ ໄດ້ຍ້ອງຍໍຊົມເຊີຍຕໍຜົນສຳເລັດວຽກງານທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ເປັນຕົ້ນແມ່ນການຈັດເກັບລາຍຮັບທີ່ສາມາດປະຕິບັດໄດ້ເກີນແຜນ ພ້ອມມີຄຳເຫັນຊີ້ນຳຕໍ່ກອງປະຊຸມໂດຍເນັ້ນໃຫ້ທຸກພາກສ່ວນຮັກສາມູນເຊື້ອ ແລະ ພ້ອມກັນເອົາໃຈໃສ່ໃນການຄຸ້ມຄອງລາຍຮັບ-ລາຍຈ່າຍແຫ່ງລັດໃຫ້ມີຄວາມຖືກຕ້ອງ,ໂປງໃສ ແລະ ສາມາດກວດສອບໄດ້ຕິດພັນກັບການກວດກາພັກ-ກວດກາລັດໃຫ້ມີຄວາມເຂັ້ມແຂງໜັກແໜ້ນບົນຫຼັກການໃຫ້ສອດຄ່ອງຕາມແນວທາງ, ກົດໝາຍ ແລະ ລະບຽບການຢ່າງພາວະວິໄສ.