ແຂວງອຸດົມໄຊ ຊຸກຍູ້ວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຢູ່ ເມືອງປາກແບງ

14/05/2024

ແຂວງອຸດົມໄຊ ຊຸກຍູ້ວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຢູ່ ເມືອງປາກແບງ

ເພື່ອເຮັດໃຫ້ການກະກຽມກອງປະຊຸມໃຫຍ່ 3 ຂັ້ນມີຄວາມພ້ອມທຸກດ້ານ ໃນລະຫວ່າງວັນທີ 7-8 ພຶດສະພາ 2024 ສະຫາຍ ນາງ ຈັນສະໝອນ ທິບພະຫົງ, ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ ອຸດົມໄຊ ພ້ອມດ້ວຍຄະນະທີມງານ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງປາກແບງ, ແຂວງອຸດົມໄຊ, ໂດຍມີ ສະຫາຍ ຄຳສະພອນ ໄຊຍະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງປາກແບງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າອານຸກຳມະການ ແຕ່ລະອານຸກຳມະການ ພ້ອມດ້ວຍອານຸກຳມະການເນື້ອໃນ ແລະ ອານຸກຳມະການກອງເລຂາກະກຽມກອງປະໃຫຍ່ຂອງເມືອງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ສະຫາຍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວ ນຳພາ-ຊີ້ນຳ ວຽກງານແຕ່ລະດ້ານ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຢູ່ ເມືອງປາກແບງ ໂດຍສະເພາະແມ່ນ ສະພາບລວມຂອງເມືອງ, ສະພາບລວມຂອງການກະກຽມ ແລະ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ສະພາບລວມຂອງຮາກຖານພັກ ແລະ ວຽກງານອື່ນໆ. ໂດຍລວມແລ້ວ ການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ ເມືອງປາກແບງ ແມ່ນໄປຕາມທິດທາງ ແລະ ແຜນການທີ່ກຳນົດໄວ້.
ພ້ອມດຽວກັນນີ້, ສະຫາຍ ນາງ ຈັນສະໝອນ ທິບພະຫົງ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງສະຫາຍໄດ້ເນັ້ນຫຼາຍບັນຫາທີ່ຈະຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນວຽກງານ ເປັນຕົ້ນແມ່ນໃຫ້ຄະນະຮັບຜິດຊອບສືບຕໍ່ຕິດຕາມ, ຊຸກຍູ້ວຽກງານຂອງອານຸກໍາມະການແຕ່ລະອານຸກໍາມະການ ໃຫ້ໄດ້ປະຕິບັດທັນກັບວັນເວລາທີ່ກໍານົດໄວ້, ສືບຕໍ່ປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກວດກາຕີລາຄາຄືນການຈັດຕັ້ງປະຕິບັດການນຳພາ-ຊີ້ນຳ ຂອງຄະນະພັກ, ເອົາໃຈໃສ່ຄັດເລືອກໃຫ້ໄດ້ບຸກຄະລາກອນທີ່ມີມາດຖານ, ເຂົ້າຮັບສະໝັກເລືອກຕັ້ງຄະນະພັກຊຸດໃໝ່ໃນແຕ່ລະຂັ້ນໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ເອົາໃຈໃສ່ນໍາພາ-ຊີ້ນໍາໃນການສ້າງຂະບວນການຕ່າງໆໃຫ້ມີບັນຍາກາດຟົດຟື້ນ, ວາງຄາດໝາຍໃນຕໍ່ໜ້າໃຫ້ສາມາດປະຕິບັດໄດ້ ເພື່ອໃຫ້ມີການປ່ຽນແປງທີ່ດີກວ່າເກົ່າ
ພາບ-ຂ່າວໂດຍ: ສົມບັດ ຫຼວງອຸດອນ ຄະນະກວດກາເມືອງປາກແບງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)