10/05/2024

ໂດຍປະຕິບັດຕາມ ແຈ້ງການແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ເລກທີ 563/ຄອສພ, ລົງວັນທ 29 ເມສາ 2024 ກ່ຽວກັບ ການຈັດຕັ້ງໂຄສະນາ-ປາຖະກະຖາ ເອກະສານສໍາຄັນຂອງພັກ-ຂອງຊາດ. ສະນັ້ນ ຕອນເຊົ້າທີ 10 ເມສາ 2024 ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນ 3 ເອກະສານຄື: ວັນໄຊຊະນະບັ້ນຮົບດຽນບຽນຟູຄົບຮອບ 70 ປີ; ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງຄົບຮອບ 65 ປີ; ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳ ແລະ ແນວລາວຮັກຊາດຄົບຮອບ 64 ປີ. ໂດຍການໃຫ້ກຽດເຜີຍແຜ່ເອກະສານຂອງບັນດາສະຫາຍກຳມະການປະຈຳພັກ, ກຳມະການພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ເຊິ່ງມີສະມາຊິກພັກ-ພະນັກງານທົ່ວອົງການເຂົ້າຮ່ວມຮັບຟັງ.
ໃນພິທີ ສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ໄດ້ໃຫ້ກຽດເຜີຍແຜ່ເອກະສານ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນສະພາບແວດລ້ອມຢູ່ໃນອິນດູຈີນ, ສະພາບຂອງສັດຕູ, ແຜນຍຸດທະສາດປົດປ່ອຍດຽນບຽນຟູຂອງພັກກອມມູນິດຫວຽດນາມ ແລະ ຄວາມໝາຍຄວາມສຳຄັນຂອງໄຊຊະນະດຽນບຽນຟູ ໃນວັນທີ 7 ພຶດສະພາ 1954,
ຫຼັງຈາກນັ້ນ ສະຫາຍ ໄຊຄຳ ອຸ່ນມີໄຊ ກຳມະການພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ກໍ່ໄດ້ສືບຕໍ່ເຜີຍແຜ່ເອກະສານວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 65 ປີ, ສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການຖືກປິດລ້ອມຂອງກອງພັນທີ 2 , ການຜ່າວົງປິດລ້ອມຂອງກອງພັນທີ 2 ວັນທີ 18 ພຶດສະພາ - ມິຖຸນາ 1959 ,ຄວາມໝາຍຄວາມສຳຄັນ ແລະ ປັດໄຈພື້ນຖານການຜ່າວົງປິດລ້ອມຂອງກອງພັນທີ 2; ພ້ອມນີ້ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ກໍ່ໄດ້ໃຫ້ກຽດເຜີຍແຜ່ເອກະສານວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮົບ 64 ປີ, ສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການ ແລະ ການເຄື່ອນໄຫວປະຕິວັດຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດໃນໄລຍະປີ 1957-1959, ແຜນການໂຕນຈາກຄຸກ, ການກະກຽມໂຕນອອກຈາກຄຸກໂພນເຄັງຂອງບັນດາຜູ້ນໍາ ແລະ ສາເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ.