10/05/2024
ໃນກາງເດືອນ ມີນາ 2024 ຄະນະກວດກາພັກ, ອົງການກວດກາລັດແຂວງອຸດົມໄຊ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງຕົນຂຶ້ນ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງອຸດົມໄຊ, ໂດຍການເປັນປະທານຂອງສະຫາຍ ນາງ ຈັນສະໝອນ ທິບພະຫົງ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ, ປະທານ ອົງການກວດກາລັດແຂວງ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານແນວຄິດ ແລະ ວຽກພັກ - ພະນັກງານ, ມີບັນດາສະຫາຍເລຂາຄະນະພັກສອງກອງບັນຊາການ ປກຊ-ປກສແຂວງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ບັນດາໜ່ວຍພັກຮາກຖານອ້ອມຂ້າງແຂວງ, ຄະນະພັກທີ່ຂຶ້ນກັບຄະນະພັກຮາກຖານ, ປະທານ, ຮອງປະທານຄະນະກວດກາພັກ-ລັດເມືອງ 07 ເມືອງ ແລະ ພະນັກງານຄະນະກວດກາພັກ, ອົງການກວດກາລັດແຂວງເຂົ້າຮ່ວມທັງໝົດ 99 ສະຫາຍ, ຍີງ 28 ສະຫາຍ.
ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2023 ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານກວດກາໃນປີຜ່ານມາ ແລະ ວາງທິດທາງແຜນການ ປະຈໍາປີ 2024, ເຜີຍແຜ່ເອກະສານ ຄໍາແນະນໍາເລກທີ 331/ອກຫລ, ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ ( ສະບັບປັບປຸງ ), ຄໍາແນະນໍາ ເລກທີ 379/ຄກສພ, ກ່ຽວກັບການປັບການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາແຕ່ລະຂັ້ນ ຕໍ່ກອງປະຊຸມວຽກງານກວດກາທົ່ວແຂວງ ປະຈໍາປີ 2023 ແລະ ໄດ້ແຈກຢາຍເອກະສານສໍາຄັນຂອງພັກ - ລັດຈໍານວນໜຶ່ງກ່ຽວກັບວຽກງານກວດກາໃຫ້ຜູ້ແທນກອງປະຊຸມໄປຈັດຕັ້ງປະຕິບັດ ແລະ ເຊື່ອມຊຶມເຂົ້າໃນວຽກງານຂອງຕົນ.