ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງອຸດົມໄຊ ລົງເຄື່ອນໄຫວເຮັດວຽກຢູ່ຄະນະກວດກາພັກ, ອົງການກວດກາລັດເມືອງປາກແບງ

09/05/2024

ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງອຸດົມໄຊ ລົງເຄື່ອນໄຫວເຮັດວຽກຢູ່ຄະນະກວດກາພັກ, ອົງການກວດກາລັດເມືອງປາກແບງ

ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2024 ທ່ານ ນ.ຈັນສະໝອນ ທິບພະຫົງ ກຳມະການປະຈຳພັກແຂວງ,ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງອຸດົມໄຊ ພ້ອມດ້ວຍທີມງານໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານກວດກາປົກກະຕິ ຢູ່ຄະນະກວດກາພັກ, ອົງການກວດກາລັດເມືອງປາກແບງ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ອິນແປງ ປັນຍາທອງ ຮອງເລຂາພັກເມືອງ,ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງປາກແບງ ພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານ ອິນແປງ ປັນຍາທອງ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານກວດກາ ເຊິ່ງທ່ານໃຫ້ຮູ້ວ່າ ຄະນະພັກ, ຄະນະກວດກາໄດ້ເອົາໃຈໃສ່ ຕິດຕາມ,ກວດກາ ການຮ່ວມຊີວິດພັກ, ການຂະຫຍາຍພັກ ແລະ ການເສຍເງິນສະຕິພັກ, ການຂະຫຍາຍພັກແມ່ນຖືກຕ້ອງຕາມຂັ້ນຕອນ ແລະ ກົດລະບຽບຂອງພັກ; ໄດ້ຕິດຕາມກວດກາການປັບປຸງການຈັດຕັ້ງບໍລິຫານລັດພາຍໃນເມືອງ ສຳເລັດຈຳນວນ 10 ຫ້ອງການ ແລະ ອົງການປົກຄອງບ້ານ 32 ບ້ານ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໂຄງການລົງທຶນ ເຫັນວ່າຫຼາຍໂຄງການແມ່ນໄດ້ດໍາເນີນໄປຕາມຂັ້ນ ຕອນຂອງກົດໝາຍວ່າດ້ວຍການລົງທຶນ. ໃນປີ 2023 ມີໂຄງການລົງທຶນທັງໝົດ 16 ໂຄງການ ປະຕິບັດສໍາເລັດແລ້ວ 4 ໂຄງການ ແລະ ຍັງສືບຕໍ່ 12 ໂຄງການ; ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດແມ່ນໄດ້ດຳເນີນຢ່າງເປັນປົກກະຕິ, ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ບັນດາຄາດໝາຍດ້ານຕ່າງໆ ເຫັນວ່າຫຼາຍຂະແໜງການໄດ້ບັນລຸຕາມແຜນ, ໄດ້ຕິດຕາມ, ກວດກາການດໍາເນີນທຸລະກິດໄມ້, ການຂຸດຄົ້ນໄມ້, ຕັດໄມ້ທໍາລາຍປ່າ, ຈູດປ່າ, ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ຢ່າງເຂັ້ມງວດ; ການເຄື່ອນໄຫວຕິດຕາມ, ກວດກາ ການຄຸ້ມຄອງ, ການສຳຫຼວດ ແລະ ການຂຸດຄົ້ນແຮ່ທາດ, ຫີນ, ແຮ່ ແລະ ຊາຍຕ່າງໆ ຢູ່ພາຍໃນເມືອງເຫັນວ່າສ່ວນຫຼາຍໄດ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ຜູ້ປະກອບການໄດ້ປະກອບສ່ວນເສຍພັນທະໃຫ້ແກ່ລັດຕາມລະບຽບການ ເຊິ່ງປັດຈຸບັນມີໂຮງງານຂົບຫີນ 1 ແຫ່ງ, ຂຸດຄົ້ນຊາຍນ້ຳຂອງ 11 ຈຸດ, ສຳລັບ ໂຄງການການຂຸດຄົ້ນແຮ່ຄຳຢູ່ເຂດມົກແຫວນແມ່ນໄດ້ດຳເນີນເປັນປົກກະຕິ ມີເນື້ອທີ່ການຂຸດຄົ້ນຕົວຈິງໃນປັດຈຸບັນທັງໝົດແມ່ນ 22,25 ກິໂລຕາແມັດ ກວມເອົາ 3 ບ້ານຄື: ບ້ານຕອງ, ບ້ານງ່ອນ ແລະ ບ້ານຈອມຊ້າງນ້ຳເຢັນ. ນອກນີ້ບໍລິສັດຍັງໄດ້ສືບຕໍ່ສຳຫຼວດຕື່ມອີກ 127 ກິໂລຕາແມັດ ເຊິ່ງກວມເອົາເຂດບ້ານພູຫຼວງ, ບ້ານພູຊ້າງ, ບ້ານຈອມແລງນ້ອຍ, ບ້ານຈອມແລງໃຫຍ່, ບ້ານພູສູງ, ບ້ານສຸກໄຊ ແລະ ບ້ານຄຳ ສຳລັບ ການຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ບ້ານປາກເງີຍ ແລະ ບ້ານສຸກໄຊ ປັດຈຸບັນແມ່ນສຳເລັດແລ້ວ, ໄດ້ຕິດຕາມ, ກວດກາ ການຂຸດຄົ້ນແຮ່ຊາຍຜ່ານການຕິດຕາມ, ກວດກາເຫັນວ່າມີການລະເມີດລັກລອບຂຸດຄົ້ນເອົາຄຳມີ 5 ບໍລິສັດ ປັດຈຸບັດໄດ້ສັ່ງໂຈະແລ້ວ ເພື່ອໃຫ້ເຂົາເຈົ້າໄປແລ່ນເອກະສານໃຫ້ຖືກຕ້ອງຕາມລະບຽບການ.

ຈາກນັ້ນທີ່ໄດ້ຮັບຟັງການລາຍງານແລ້ວທ່ານ ນ.ຈັນສະໝອນ ທິບພະຫົງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຄະນະກວດກາພັກ, ອົງການກວດກາລັດເມືອງປາກແບງຍາດມາໄດ້ໃນໄລຍະ 1 ປີຜ່ານມາ ພ້ອມທັງມີຄຳເຫັນຊີ້ນຳໃຫ້ ຄະນະກວດກາສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ກວ້າງຂວາງ, ສືບຕໍ່ຕິດຕາມ, ກວດກາວຽກງານກວດກາລັດໂດຍປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ເອົາໃຈໃສ່ຕິດຕາມການກະກຽມການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ເມືອງປາກແບງໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)