ຄະນະກວດກາພັກແຂວງເຊກອງ ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງປະຈຳປີ 2023

09/05/2024

ຄະນະກວດກາພັກແຂວງເຊກອງ ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງປະຈຳປີ 2023

​ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາທົ່ວ ແຂວງເຊກອງ ປະຈຳປີ 2023 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 02 ພຶດສະພາ, ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍເຂົ້າຮ່ວມເປັນປະທານ ຂອງ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ, ມີ ທ່ານ ປອ ສົມນິດ ສີລິບຸນລ້ຽງ ກຳມະການປະຈໍາພັກແຂວງ, ປະທານກວດກາພັກ-ລັດ ແຂວງເຊກອງ ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະກວດກາພັກ-ລັດ ທົ່ວແຂວງ ແລະ ແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງເຊກອງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາ ໄລຍະ 1 ປີ ຜ່ານມາເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນ ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານກວດກາພັກ-ລັດ ຢູ່ບັນດາຮາກຖານອ້ອມຂ້າງແຂວງ, ເມືອງ, ບ້ານ ດ້ວຍຫຼາຍຮູບການຢ່າງທົ່ວເຖິງເປັນປະຈໍາ, ໂດຍສະເພາະ ໄດ້ເຜີຍແຜ່ເຊຶ່ອມຊຶມ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງພັກ ແລະ ຄັ້ງທີ X ຂອງອົງຄະນະພັກແຂວງເຊກອງ ພ້ອມທັງເອົາໃຈໃສ່ຊຸກຍູ້ປັບປຸງ, ຄຸ້ມຄອງ, ປ້ອງກັນ, ກໍ່ສ້າງ ແລະ ຂະຫຍາຍພັກ ເພື່ອໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ. ປັດຈຸບັນທົ່ວແຂວງ ມີ 7 ອົງຄະນະພັກ, ມີ 590 ຮາກຖານພັກ, 64 ຄະນະພັກຮາກຖານ ແລະ 526 ໜ່ວຍພັກ. ໃນນັ້ນ, ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 308 ໜ່ວຍພັກ, ທົ່ວແຂວງມີສະມາຊິກພັກທັງໝົດ 10.670 ສະຫາຍ, ຍິງ 2.661 ສະຫາຍ, ສະມາຊິກພັກສຳຮອງ 611 ສະຫາຍ, ຍິງ 222 ສະຫາຍ, ທ່ຽບໃສ່ປີ 2022 ເພີ່ມຂຶ້ນ 414 ສະຫາຍ. ຄຽງຄູກັນນັ້ນກໍ່ໄດ້ເຄື່ອນໄຫວວຽກງານຕິດຕາມ, ກວດກາລັດຢ່າງຕັ້ງໜ້າຕາມຄໍາສັ່ງ, ແນະນໍາຂອງຂັ້ນເທິງເປັນປົກກະຕິ ເປັນຕົ້ນແມ່ນສໍາເລັດລົງກວດກາໂຄງການລົງທຶນຂອງລັດທີ່ສະພາຮັບຮອງ ປະເພດ 5, ປະຈຳປີ 2023 ມີຈໍານວນ 144 ໂຄງການ, ມູນຄ່າ 12.728,22 ລ້ານກີບ, ສຳເລັດຕິດຕາມ, ກວດກາການປະຕິບັດແຜນການກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບລົງມາ ໄດ້ຈໍານວນ 37 ໂຄງການ, ປະສານສົມທົບກັບອົງການກວດສອບແຫ່ງລັດປະຈຳພາກໃຕ້ ດຳເນິນການກວດສອບປະຈຳປີ 2023 ມີ 3 ຄັ້ງຄື: ກວດສອບເປົ້າໝາຍສະເພາະ 2 ຄັ້ງ, ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2022 , ກວດຄືນຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ແລະ ກວດຄືນຜົນການກວດສອບຜ່ານມາ, ເກັບກໍາຂໍ້ມູນກ່ຽວກັບບັນຫາການຖອນຄືນລົດບໍລິຫານຂອງລັດ; ສຳລັບວຽກງານຕ້ານ ແລະ ສະກັດການສໍ້ລາດບັງຫຼວງ ແມ່ນສຳເລັດການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ ປະສານສົມທົບກັບຂະແໜງການກ່ຽວຂ້ອງເພື່ອລົງກວດກາ, ຄຸ້ມຄອງ ແລະ ປະຕິບັດດຳເນີນຄະດີພະນັກງານລັດຖະກອນ ແລະ ພະນັກງານລັດວິສາຫາກິດທີ່ມີພຶດຕິກຳສໍ້ລາດບັງຫຼວງ; ວຽກງານຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ຈໍານວນ 4 ສະບັບ ໄດ້ຄົ້ນຄວ້າແກ້ໄຂຕາມພາລະບົດບາດສໍາເລັດ 2 ສະບັບ. ນອກຈາກນີ້, ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ມະຕິ, ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ, ພ້ອມທັງມີການປະກອບຄຳຄິດ-ຄຳເຫັນຢ່າງກົງໄປກົງມາ. ພ້ອມນີ້ ຍັງໄດ້ມີພິທີມອບ-ຮັບໃບຍ້ອງຍໍຜົນງານໃຫ້ແກ່ພະນັກງານ-ລັດຖະກອນ ຂອງຄະນະກວດກາພັກແຂວງເຊກອງ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ ຜ່ານມາອີກດ້ວຍ.

​ໃນຕອນທ້າຍຂອງກອງປະຊຸມ ທ່ານ ເຫຼັກໄຫລ ສີວິໄລ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການນຳພາ-ຊີ້ນຳ ຂອງຄະນະກວດກາ ທີ່ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານທີ່ຕັ້ງໜ້າ ແລະ ໄດ້ເນັ້ນໃຫ້ບັນດາສະຫາຍຜູ້ແທນກອງປະຊຸມ ເປັນເຈົ້າການນໍາເອົາບັນດາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ,ເຜີຍແຜ່ໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກການ-ອົງການ ແລະ 4 ເມືອງ, ໂດຍສະເພາະບັນດາສະຫາຍທີ່ຮັບຜິດຊອບວຽກງານກວດກາ ຕ້ອງຄົ້ນຄວ້າກຳແໜ້ນ ແລະ ຫັນເປັນແຜນການເຄື່ອນໄຫວອັນລະອຽດໃນແຕ່ລະດ້ານ ເພື່ອເປັນບ່ອນອີງໃນການນໍາພາຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງຍິ່ງຂຶ້ນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)