ກອງປະຊຸມວຽກງານກວດກາທົ່ວເມືອງງາ ແຂວງອຸດົມໄຊປະຈຳປີ 2023

08/05/2024

ກອງປະຊຸມວຽກງານກວດກາທົ່ວເມືອງງາ ແຂວງອຸດົມໄຊປະຈຳປີ 2023

ໃນວັນທີ 2 ພຶດສະພາ 2024, ຄະນະກວດກາເມືອງງາ, ແຂວງອຸດົມໄຊ ໄດ້ເປີດກອງປະຊຸມວຽກງານກວດກາປະຈໍາປີ 2023 ຂຶ້ນ, ຢູ່ທີ່ສະໂມສອນຂອງເມືອງງາ ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງໄຊ ຄຳພະຈັນ ຄະນະປະຈຳພັກເມືອງ, ຮອງເລຂາພັກເມືອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ຈັນສະໝອນ ທິບພະຫົງ ຄະນະປະຈຳພັກແຂວງ, ປະທານກວດກາພັກແຂວງ, ມີບັນດາ ສະຫາຍຄະນະບໍລິຫານງານພັກເມືອງ, ຄະນະທີມງານຂອງແຂວງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ຄະນະໜ່ວຍພັກອ້ອມຂ້າງເມືອງ, ລັດວິສາຫະກິດ, ພະນັກງານຜູ້ເຮັດວຽກງານກວດກາ ແລະ ພະນັກງານຄະນະກວດກາເມືອງ ເຂົ້າຮ່ວມ ທັງໝົດ 55 ສະຫາຍ, ຍິງ 14 ສະຫາຍ.

ໃນກອງປະຊຸມ ສະຫາຍ ບຸນທີ ໄຊຍະວົງ ຄະນະປະຈໍາພັກເມືອງ, ປະທານກວດກາພັກ-ລັດເມືອງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການສືບຕໍ່ໃນປີ 2024, ຈາກນັ້ນ ສະຫາຍ ເຊັ່ງຖໍ່ ສີດາວເພັດ ຮອງປະທານກວດກາພັກເມືອງ ໄດ້ເຜີຍແຜ່ ຄຳແນະນຳເລກທີ 331/ອກຫລ, ລົງວັນທີ 3 ຕຸລາ 2023 ກ່ຽວກັບການຈັດຕັ້ງະຕິບັດ ກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ ແລະ ສະຫາຍ ສຸວັນ ພົນອາສາ ຮອງປະທານຄະນະກວດກາພັກເມືອງ ໄດ້ເຜີຍແຜ່ ຄຳແນະນຳເລກທີ 379ຫ/ຄກສພ, ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມແຕ່ລະພາກສ່ວນຍັງໄດ້ແລກປ່ຽນປະກອບຄຳຄິດ-ຄຳເຫັນຢ່າງກົງໄປກົງມາຕໍ່ບົດສະຫຼຸບວຽກງານຕິດຕາມ-ກວດກາ, ເດັ່ນກວ່າໝູ່ແມ່ນວຽກງານທີ່ດິນ, ວຽກງານປ່າໄມ້, ວຽກງານປ້ອງກັນຄວາມສະຫງົບ, ວຽກງານການສຶກສາ, ວຽກງານແຮງງານສະຫວັດດີການ-ສັງຄົມ( ສົ່ງເຄາະ) ແລະ ວຽກງາານການຄຸ້ມຄອງການດັດສົມລົດລັດ ດ້ວຍບັນຍາກາດຟົດຟື້ນທີ່ເຕັມໄປດ້ວຍຄວາມໝາຍສຳຄັນໃນກອງປະຊຸມຄັ້ງນີ້.

ຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ຈັນສະໝອນ ທິບພະຫົງ ກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆໂດຍສະເພາະແມ່ນບັນດາກົດໝາຍກວດກາລັດ ເຊິ່ງພະນັກງານກວດກາທຸກສະຫາຍ, ທຸກຂັ້ນຕ້ອງເຮັດວຽກງານກວດກາໃຫ້ທົ່ວເຖິງ, ເລິກເຊິ່ງ, ໂປ່ງໃສ, ແກ້ໄຂບັນຫາຖືກຕ້ອງ, ທັນການ ແລະ ເປັນທຳ. ພ້ອມນີ້ ຍັງໄດ້ເໜັ້ນໜັກເຖິງຄວາມຮັບຜິດຊອບສູງຂອງເລຂາໜ່ວຍພັກ, ຜູ້ເຮັດວຽກງານກວດກາປະຈຳໜ່ວຍພັກຕື່ມອີກວ່າ ເລຂາໜ່ວຍພັກຕ້ອງເຂັ້ມແຂງ ເຮັດທຸກໜ້າທີ່ວຽກງານ ຖ້າມີບັນຫາເກີດຂຶ້ນຕ້ອງຮີບຮ້ອນແກ້ໄຂ ແລະ ສ່ອງແສງລາຍງານໃຫ້ຂັ້ນເທິງ ພ້ອມທັງຍົກສູງພາລະບົດບາດຂອງຕົນໃຫ້ດີຂຶ້ນເລື້ອຍໆ. ກອງປະຊຸມຄັ້ງນີ້ໄດ້ດໍາເນີນເປັນເວລາ 1 ວັນເຕັມ ແລະ ມີຜົນສໍາເລັດອັນຈົບງາມ.
ຂ່າວໂດຍ: ສົມສີ ວ່າງມົວ ຄະນະກວດກາເມືອງງາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)