03/05/2024
ວັນທີ27 ເມສາ 2024ນີ້ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມສະຫຼຸບ ວຽກງານກວດກາພັກ-ລັດ ແລະ ວຽກງານຈັດຕັ້ງ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂື້ນທີ່ສະໂມສອນຂອງເມືອງເປັນປະທານໂດຍທ່ານ ຄໍາຈັນ ອິນທະຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ເຂົ້າຮວມໂດຍທ່ານ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກທາ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຜູ້ເຮັດວຽກງານຈັດຕັ້ງ-ກວດກາຂອງແຕ່ລະຫ້ອງການເຂົ້າຮວມ.
ກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫຼຸບການເຄື່ອນໄຫວ ວຽກງານກວດກາ ແລະ ວຽກງານຈັດຕັ້ງ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ໃຫ້ຮູ້ວ່າ:ຄະນະພັກພວກເຮົາ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ບັນດາກົດລະບຽບ, ມະຕິ, ຄຳສັ່ງຕ່າງໆຂອງພັກ ເຊິງໄດ້ຕີລາຄາການເຄື່ອນໄຫວວຽກງານກວດກາໃນແຕ່ລະດ້ານເຊັ່ນວ່າ: ການຄົ້ນຄ້ວາເຊື່ອມຊຶມ, ຄຳສັ່ງຂອງພັກ ແລະ ນິຕິກຳກ່ຽວກັບວຽກງານກວດກາພັກ-ລັດ, ວຽກງານຕິດຕາມກວດກາພັກ, ວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າຄຳຮ້ອງຟ້ອງ-ຄຳສະເໜີ, ວຽກງານບໍລິຫານ, ຈັດຕັ້ງ ແລະ ຄົ້ນຄ້ວາສັງລວມ ນອກນັ້ນ ຄະນະຈັດຕັ້ງເມືອງແມ່ນໜຶງໃນອົງການຈັດຕັ້ງພັກ ທີ່ຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງຄະນະປະຈຳພັກເມືອງ ມີບົດບາດເປັນເສນາທິການໃຫ້ແກ່ຄະນະປະຈຳພັກເມືອງ ໃນການເຄື່ອນໄຫວວຽກງານພັກ-ພະນັກງານ ຜ່ານມາຄະນະຈັດຕັ້ງກໍ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ, ສິດ ແລະ ພາະລະບົດບາດຂອງຕົນຢ່າງຕັ້ງໜ້າຈົນມີຜົນສຳເລັດວຽກງານຫຼາຍດ້ານເປັນຕົ້ນກໍ່ແມ່ນ: ວຽກງານກໍ່ສ້າງພັກ, ວຽກງານພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອື່ນໆ ທີ່ພົ້ນເດັ່ນຄື: ປະຈຸບັນເມືອງປາກທາມີ 8 ຄະນະພັກຮາກຖານ,ມີ 66 ໜ່ວຍພັກ, ມີສະມາຊິກພັກທັງໝົດ 947 ສະຫາຍ, ຍິງ 286 ສະຫາຍ, ສະມາຊິກພັກສໍາຮອງ 77 ສະຫາຍ, ຍິງ 25 ສະຫາຍ, ເຂົ້າຮ່ວມຊີວິດພັກປະຈຳເດືອນຂອງໜ່ວຍພັກທີ່ມີຫາງສຽງ ເພຶ່ອຊຸກຍູ້ກໍ່ສ້າງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ທັງໜົດ 20 ໜ່ວຍພັກ(ເທົ່າກັບ 80%), ຕິດຕາມ ກວດກາການປັບປຸ່ງໜ່ວຍພັກດຽວນຳພາຫຼາຍບ້ານ, ໜ່ວຍພັກດຽວນຳພາຫຼາຍຫ້ອງການ ທີ່ເຫັນໄດ້ວ່າມີຄວາມເປັນໄປໄດ້ທີ່ຈະສ້າງເປັນໜ່ວຍພັກເອກະລາດ ທີ່ຊີ້ນຳສະເພາະບ້ານ ມີ 4 ໜ່ວຍພັກ, ສົມທົບກັັບຄະນະຈັດຕັ້ງເມືອງ ຄົ້ນຄວ້າ ແລະ ນໍາສະເໜີສະມາຊິກພັກທີ່ກະທໍາຜິດຕໍ່ກົດລະບຽບພັກ, ກົດໝາຍລັດ, ລະບຽຂອງກົມກອງ 12 ສະຫາຍ, ຍິງ 1 ສະຫາຍ, ການຄຸ້ມຄອງນໍາໃຊ້ເງີນສະຕິພັກ: ຕິດຕາມການເຄື່ອນໄຫວຂອງເງີນສະຕິພັກຂັ້ນເມືອງ ປີ 2023 ເກັບໄດ້ທັງໝົົດ 4,372,000 ກີບ ; ຫັກມອບໃຫ້ຄະນະຈັດຕັ້ງແຂວງ 1,457,000 ກີບ; ຍັງຄ້າງເຫຼືອຢູ່ຄະນະຈັດຕັ້ງເມືອງ 2,915,000 ກີບ.