03/05/2024
ຕອນເຊົ້າຂອງວັນທີ 24 ເມສາ 2024 ນີ້ ຢູ່ທີ່ສະໂມສອນເມືອງຮຸນ ໄດ້ເປີດກອງປະຊຸມວຽກງານກວດກາທົ່ວເມືອງຮຸນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄລພອນ ລິດຕະວົງ ຮອງເລຂາພັກເມືອງ ປະທານ ຄະນະກວດກາພັກເມືອງຮຸນ ມີບັນດາສະຫາຍ ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ສອງກອງບັນຊາການປກຊ-ປກສ, ລັດວິສາຫະກິດ, ກຸ່ມທະນາຄານ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ເຮັດວຽກງານກວດກາຄະນະພັກຮາກຖານ, ຜູ້ເຮັດວຽກງານກວດກາໜ່ວຍພັກ, ຜູ້ເຮັດວຽກງານກວດກາລັດບັນດາຫ້ອງການອ້ອມຂ້າງເມືອງ ແລະ ຄະນະຮັບຜິດຊອບກອງປະຊຸມເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຫຸມແພງ ສຸຂະທິວົງ ເລຂາໜ່ວຍພັກ ຮອງປະທານກວດກາພັກເມືອງ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາຂອງເມືອງປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ໂດຍໃຫ້ຮູ້ວ່າ ໃນ 1 ປີຜ່ານມາ ມີສະມາຊິກພັກຖືກປະຕິບັດວິໄນ 05 ສະຫາຍ, ຍິງ 02 ສະຫາຍ ໃນນີ້, ຖືກລືບຊື່ອອກຈາກພັກ 02 ສະຫາຍ,ຍິງ 01 ສະຫາຍ, ກ່າວເຕືອນຄວາມຜິດ 03 ສະຫາຍ, ຍິງ 01 ສະຫາຍ; ໄດ້ລົງຕິດຕາມ, ຊຸກຍູ້ວຽກງານຕິດຕາມ, ກວດກາຮອບດ້ານ ທັງໝົດໄດ້ 10 ເປົ້າໝາຍ ໃນນີ້ ກວດກາປົກກະຕິ 09 ເປົ້າໝາຍ, ກວດກາຕາມຄຳສັ່ງ 01 ເປົ້າໝາຍ; ໄດ້ຕິດຕາມ ການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງໄດ້ທັງໝົດ 14.013,10 ລ້ານກີບ ເທົ່າກັບ 109,54 % ຂອງແຜນການປີ, ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 47.413,34 ລ້ານກີບ ເທົ່າກັບ 100% ຂອງແຜນການປີ; ໂຄງການລົງທຶນປີ 2023 ມີທັງໝົດ 100 ໂຄງການ ມູນຄ່າ 108.119,59 ລ້ານກີບ ເທົ່າກັບ 80% ຂອງແຜນການປີ. ໃນນີ້, ການລົງທຶນຂອງລັດໄດ້ 6ໂຄງການ ມູນຄ່າ 1.946,02 ລ້ານກີບ ເທົ່າກັບ 61 % ຂອງແຜນການປີ; ການລົງທຶນຊ່ວຍເຫຼືອລ້າທາງການເພື່ອການພັດທະນາ ( ODA ) ໄດ້ 37 ໂຄງການ ມູນຄ່າ 18.762,77 ລ້ານກີບ ໄດ້ຈັດຕັ້ງປະຕິບັດ 27 ໂຄງການ ມູນຄ່າ 3.272,76 ລ້ານກີບ ເທົ່າກັບ 49% ຂອງແຜນການປີ; ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ 57 ໂຄງການ ມູນຄ່າ 87.410,80 ລ້ານກີບ ໄດ້ຈັດຕັ້ງປະຕິບັດລື່ນຄາດໝາຍ 9%; ໄດ້ຮັບບົດລາຍງານ ແລະ ການສະໜອງຂໍ້ມູນຈາກການຈັດຕັ້ງ ເຫັນວ່າມີ 1 ເປົ້າໝາຍ ກ່ຽວກັບພະນັກງານມີພຶດຕິກຳ ໃນການຍັກຍອກ, ສໍ້ໂກງຊັບສິນຂອງລັດພົບເຫັນມູນຄ່າເສຍຫາຍຈຳນວນ 244,006,000 ກີບ (ເກັບກູ້ຄືນສຳເລັດແລ້ວ); ໄດ້ນໍາໃຊ້ສຳນວນເອກະສານແຈ້ງຊັບສິນເຂົ້າໃນກໍລະນີການຕີລາຄາ, ການເລືອກຕັ້ງ, ການແຕ່ງຕັ້ງດຳລົງຕຳແໜ່ງ 2 ຄັ້ງ, ການຍົກຍ້າຍເຂົ້າ 8 ຄັ້ງ, ການຍ້າຍອອກ 1 ຄັ້ງ , ການປະຕິບັດນະໂຍບາຍ 2 ຄັ້ງ, ການລົງວິໄນ 3 ຄັ້ງ, ການກວດກາ 1 ຄັ້ງ; ຕິດຕາມ,ຊຸກຍູ້ການແກ້ໄຂຄຳຮ້ອງ-ຄຳສະເໜີຂອງບັນດາຂະແໜງການທີ່ຄ້າງປີ 2022 ຈໍານວນ 2 ສະບັບ; ໄດ້ຮັບ-ຈັດສົ່ງວາລະສານກວດກາໃຫ້ບັນດາຫ້ອງການອ້ອມຂ້າງເມືອງ ໄດ້ 5 ສະບັບ ເທົ່າກັບ 180 ຫົວ. ຈາກນັ້ນ, ໃນກອງປະຊຸມຍັງໄດ້ເຜີຍແຜ່ເອກະສານສໍາຄັນ ຄື: ຄໍາແນະນໍາ ເລກທີ 331/ ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ) ແລະ ເຜີຍແຜ່ຄໍາແນະນໍາ ເລກທີ 379/ ຄສພ, ລົງວັນທີ 04 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງ ຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ. ພ້ອມນີ້ ບັນດາຄະນະຮັບຜິດຊອບກອງປະຊຸມ ກໍໄດ້ພັດປ່ຽນກັນຂຶ້ນຜ່ານບັນດາເອກະສານທີ່ກ່ຽວຂ້ອງກອງປະຊຸມດ້ວຍຄວາມຮັບຜິດຊອບສູງ, ໂອກາດດຽວກັນນີ້ບັນດາຜູ້ແທນກອງປະຊຸມກໍໄດ້ມີການແລກປ່ຽນຄໍາຄິດເຫັນຕໍ່ກັບວຽກງານຕິດຕາມກວດກາ ຢ່າງກົງໄປກົງມາພາວະວິໄສ ດ້ວຍບັນຍາກາດອັນຟົດຟື້ນ ເຕັມໄປດ້ວຍຄວມໝາຍຄວາມສໍາຄັນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານກວດກາໃນຕໍ່ໜ້າມີບາດກ້າວໃໝ່ ແລະ ຜົນສໍາເລັດຍິ່ງຂຶ້ນກວ່າເກົ່າ.
ຕອນທ້າຍກອງປະຊຸມສະຫາຍ ໄລພອນ ລິດຕະວົງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ດ້ານດີ-ຜົນສໍາເລັດຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ໃນໄລຍະ 1 ປີຜ່ານມາ ພ້ອມທັງໄດ້ເນັ້ນໜັກບາງບັນຫາຄົງຄ້າງທີ່ຄວນເອົາໃຈໃສ່ປັບປຸງ, ແກ້ໄຂໃນຕໍ່ໜ້າ ໂດຍສະເພາະຄວາມຮັບຜິດຊອບຂອງຄະນະພັກ ຕໍ່ການຕິດຕາມ, ກວດກາ ແລະ ຄວາມຮັບຜິດຜູ້ເຮັດວຽກງານຕິດຕາມ, ກວດກາ ໃຫ້ກໍາແໜ້ນພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ເພື່ອເຮັດວຽກງານຕິດຕາມ, ກວດກາມີຄວາມເຂັ້ມແຂງ, ໜັກແໜ້ນຫຼາຍກວ່າເກົ່າ, ສືບຕໍ່ຜັນຂະຫຍາຍດ້ານດີທີ່ຕັ້ງ, ປັບປຸງແກ້ໄຂບາງຂອດຄົງຄ້າງ ແລະ ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຜັນຂະຫຍາຍໝູນໃຊ້ເຂົ້າໃນວຽກງານຂອງຕົນ.
ພາບ/ຂ່າວ: ສົມບິກ ດວງທະລາ.