ກອງປະຊຸມລະດົມຄວາມເຫັນໃສ່ໂຄງການການເມືອງຂອງພັກ ແລະ ເຊື່ອມຊຶມເອກະສານສໍາຄັນ ຂອງພັກປະຊາຊົນປະຕິວັດລາວ ຢູ່ແຂວງເຊກອງ

25/04/2024

ກອງປະຊຸມລະດົມຄວາມເຫັນໃສ່ໂຄງການການເມືອງຂອງພັກ ແລະ ເຊື່ອມຊຶມເອກະສານສໍາຄັນ ຂອງພັກປະຊາຊົນປະຕິວັດລາວ ຢູ່ແຂວງເຊກອງ

​ວັນທີ 25 ເມສາ 2024 ທີ່ສະໂມສອນຫ້ອງວ່າການແຂວງເຊກອງໄດ້ຈັດກອງປະຊຸມລະດົມຄວາມເຫັນໃສ່ຮ່າງໂຄງການ ການເມືອງຂອງພັກ ແລະ ເຊື່ອມຊຶມເອກະສານສໍາຄັນຂອງພັກ ໃຫ້ການນໍາຂັ້ນສູງບັນດາແຂວງພາກໃຕ້ ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ,​ ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍ ເລຂາຄະນະພັກແຂວງ, ຄະນະປະຈຳພັກແຂວງຈາກ 5 ແຂວງພາກໃຕ້ຄື ແຂວງ ເຊກອງ, ອັດຕະປື, ຈຳປາສັກ, ສາລະວັນ ແລະ ແຂວງ ສະຫວັນນະເຂດເຂົ້າຮ່ວມ, ໂດຍແຂວງເຊກອງໄດ້ຮັບກຽດເປັນເຈົ້າພາບຮ່ວມໃນການຈັດກອງປະຊຸມຄັ້ງນີ້.

ໃນກອງປະຊຸມສະຫາຍ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ເຊກອງ ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງ ແລະ ກ່າວຕ້ອນຮັບຜູ້ແທນກອງປະຊຸມທີ່ມາຈາກສູນກາງ ແລະ ບັນດາແຂວງ, ຫຼັງຈາກນັ້ນ ສະຫາຍ ປອ ຄຳພັນ ພົມມະທັດ ກໍ່ໄດ້ໃຫ້ກຽດກ່າວເປີດກອງປະຊຸມ. ໂອກາດດຽວກັນນີ້ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກໍ່ໄດ້ລາຍງານໂດຍຫຍໍ້ເນຶ້ອໃນໂຄງການການເມືອງຂອງພັກປະຊາຊົນປະຕິວັດລາວ ເຊິ່ງສະຫາຍໃຫ້ຮູ້ວ່າໂຄງການການເມືອງ ໄດ້ແບ່ງອອກເປັນ 3 ພາກ ຄື: ພາກທີ 1 ພັກນໍາພາພາລະກິດປະຕິວັດເຮັດສຳເລັດພາລະກຳປົດປ່ອຍຊາດ ແລະ ກ້າວຂຶ້ນສັງຄົມນິຍົມ; ພາກທີ 2 ບູລະນະລະບອບປະຊາທິປະໄຕ ປະຊາຊົນ ສູ່ຈຸດໝາຍສັງຄົມນິຍົມ ແລະ ພາກທີ 3 ການກໍານົດແນວທາງ ແລະ ໜ້າທີ່ຂອງພັກ. ຈາກນັ້ນ ຜູ້ຕາງໜ້າຈາກບັນດາແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນລາຍງານຜົນຂອງກອງປະຊຸມສຳມະນາຢູ່ແຂວງຂອງຕົນ ແລະ ປະກອບຄໍາເຫັນຕໍ່ຮ່າງເນື້ອໃນໂຄງການການເມືອງ ຂອງພັກ ເຊິ່ງບັນດາສະຫາຍຜູ້ແທນກອງປະຊຸມໄດ້ຕີລາຄາສູງ ຕໍ່ກັບເນື້ອໃນໂຄງການການເມືອງ ຂອງພັກທີ່ຄະນະ ຮັບຜິດຊອບໄດ້ກະກຽມ ໂດຍຕິດພັນກັບຄໍາເຫັນເຈາະຈີ້ມ ຂອງປະທານ ກອງປະຊຸມ. ການປະກອບຄໍາເຫັນຄັ້ງນີ້ໄດ້ມີເນື້ອໃນຫຼາກຫຼາຍທີ່ມີລັກສະນະວິທະຍາສາດ ຕໍ່ກັບໂຄງສ້າງ ທາງດ້ານເນື້ອໃນ, ການຕີລາຄາການນໍາພາ ຂອງພັກໃນພາລະກິດປະຕິວັດ, ການຕີລາຄາສະພາບການ ຂອງພາກພື້ນ ແລະ ຂອງໂລກ ໃນປັດຈຸບັນ ພ້ອມດຽວກັນນັ້ນ ກໍຍັງມີຄໍາເຫັນທີ່ມີເນື້ອໃນສໍາຄັນ ໂດຍສະເພາະຕໍ່ກັບການກຳນົດທິດທາງ, ຈຸດໝາຍໃນດ້ານຕ່າງໆ ຢ່າງມີວິທະຍາສາດ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບຍຸກສະໄໝ ແລະ ການປະຕິບັດໜ້າທີ່ການເມືອງຂອງທົ່ວພັກ, ດ້ານຮູບການຈັດວາງເນື້ອໃນຂອງຮ່າງໂຄງການການເມືອງ ກໍໄດ້ມີຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະດ້ານເຕັກນິກ-ໄວຍະກອນ, ການຈັດວາງ-ຈັດລຽງເນື້ອໃນແຕ່ລະພາກ, ແຕ່ລະປະໂຫຍກ, ແຕ່ລະຄໍາສັບ ເພື່ອໃຫ້ມີຄວາມເກາະກ່າຍ ແລະ ເໝາະສົມ.

ຕອນທ້າຍກອງປະຊຸມສະຫາຍ ປອ ຄຳພັນ ພົມມະທັດ ຍັງໄດ້ກ່າວຕຶ່ມວ່າພາຍຫຼັງສໍາມະນາໃນຄັ້ງນີ້ ຄະນະຮັບຜິດຊອບຈະໄດ້ສະຫຼຸບລາຍງານເນື້ອໃນ ການດໍາເນີນກອງປະຊຸມ, ການປະກອບຄໍາເຫັນ ຂອງບັນດາແຂວງພາກໃຕ້ ຕໍ່ກົມການເມືອງ ແລະ ຈະໄດ້ສືບຕໍ່ຄົ້ນຄວ້າປັບປຸງ ເພື່ອໃຫ້ເນື້ອໃນໂຄງການການເມືອງຂອງພັກມີຄວາມອຸດົມ ສົມບູນ ແລະ ເລິກເຊິ່ງຂຶ້ນຕື່ມ, ເຮັດໃຫ້ໂຄງການການເມືອງສະບັບດັ່ງກ່າວ ສ່ອງແສງໄດ້ການຈັດຕັ້ງນໍາພາຂອງພັກເຮົາ ຢ່າງຖືກຕ້ອງ, ສອດຄ່ອງກັບຍຸກສະໄຫມ ແລະ ການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ຢ່າງບໍ່ຢຸດຢັ້ງ; ສືບຕໍ່ປະຕິບັດຫນ້າທີ່ການເມືອງ, ບົດບາດການນໍາພາ ຂອງພັກເຮົາໃນທຸກຂົງເຂດວຽກງານ, ເຮັດໃຫ້ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ເຂົ້າສູ່ຕົວຈິງຢູ່ຂັ້ນທ້ອງຖິ່ນຮາກຖານຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນງານອັນຍິ່ງໃຫຍ່ກວ່າເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto