ຄະນະກວດກາພັກ ແລະ ອົງການກວດກາລັດແຂວງອຸດົມໄຊ ຈັດຕັ້ງການເຊື່ອມຊຶມເອກສານສຳຄັນຂອງພັກ-ລັດ
11/04/2024
ໃນຕອນເຊົ້າ ຂອງວັນທີ 10 ເມສາ 2024 ຄະນະກວດກາພັກ ແລະ ອົງການກວດກາລັດແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ ຢູ່ຫ້ອງປະຊຸມຄະນະກວດກາພັກ ແລະ ອົງການກວດກາລັດແຂວງ ພາຍໃຕ້ການເປັນປະທານ ທ່ານ ທະນູໄຊ ເລື່ອງສະຫວັດ ຮອງປະທານຄະນະກວດກາພັກ ແລະ ອົງການກວດກາລັດແຂວງ ໂດຍມີພະນັກງານ-ລັດຖະກອນພາຍໃນຄະນະກວດກາເຂົ້າຮ່ວມທັງໝົດ 17 ທ່ານ, ຍີງ 7 ທ່ານ,
ໃນພິທີທ່ານ ອູ່ແສງ ເພັດຊະວົງ ຮອງປະທານ ຄະນະກວດກາພັກ ແລະ ອົງການກວດກາລັດແຂວງໄດ້ໃຫ້ກຽດເຜີຍແຜ່ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 13/ຄຈສພ, ລົງວັນທີ 11/1/2024 ກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນແຕ່ງຕັ້ງ, ຊັບປ່ຽນໜ້າທີ່ ຂອງພະນັກງານນໍາພາ-ຄຸ້ມຄອງ, ຄຳແນະນໍາ ເລກທີ 14/ຄຈສພ, ລົງວັນທີ 11/1/2024 ກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາຂອງພະນກງານ; ນອກຈາກນີ້ ທ່ານ ທະນູໄຊ ເລື່ອງສະຫວັດ ກໍ່ໄດ້ໃຫ້ກຽດເຜີຍແຜ່ ມູນເຊື້ອວັນສ້າງ ຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ( 5 ເມສາ 1961-5 ເມສາ 2024) ເຊິ່ງທ່ານໄດ້ຍົກໃຫ້ການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານໄຊຊະນະຂອງກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊຍາດມາໄດ້ໃນໄລຍະຜ່ານມາ ພ້ອມນີ້ກໍຍັງໄດ້ເຜີຍແຜ່ຄໍາສັ່ງ ເລກທີ 2374/ປກສ.ອຊ, ລົງວັນທີ 19 ມີນາ 2024 ວ່າດ້ວຍການ ຫັນສະພາວະປົກກະຕິຂຶ້ນສູ່ສະພາວະເພີ່ມທະວີວຽກງານປອງກັນຄວາມສະຫງົບຮອບດ້ານ ແລະ ແຈ້ງການຂອງຫ້ອງວ່າການແຂວງ ເລກທີ 455/ຫວຂ, ລົງວັນທີ 8 ເມສາ 2024 ກ່ຽວກັບການສະເຫຼີມສະຫຼອງປີໃໝ່ລາວ ປີ ພສ 2567(ຄສ 2024)
-ຂຽນໂດຍ: ສີແພງ ດາລາສະຫັວນ ຄະນະກວດກາພັກ, ອົງການກວດກາລັດແຂວງອຸດົມໄຊ