ຄະນະກວດກາພັກ, ອົງການກວດກາລັດແຂວງ ແຂວງເຊກອງ ໄດ້ຮ່ວມ ວາງສະແດງໃນງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ
09/04/2024
ໃນວັນທີ 01-04 ເມສາ 2024 ທີ່ສະໜາມກິລາແຂວງເຊກອງ ຄະນະກວດກາພັກແຂວງ, ອົງການກວດກາລັດແຂວງ ໄດ້ເຂົ້າຮ່ວມວາງສະແດງ ໂຄງຮ່າງການຈັດຕັ້ງ, ຮູບພາບ ທ່ານ ປະທານແຕ່ອາດີດ ຫາ ປັດຈຸບັນ, ຮູບພາບການເຄື່ອນໄຫວວຽກງານກວດກາ ແຕ່ປີ 1984-2024, ພ້ອມທັງແຈກຍາຍປຶ້ມວາລະສານກວດກາ ແລະ ປື້ມນິຕິກຳຕ່າງໆທີ່ກ່ຽວຂ້ອງ ໃຫ້ແກ່ ພະນັກງານ-ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບວຽກງານກວດກາຂຶ້ນຕື່ມອີກ.