04/04/2024
ໃນຕອນເຊົ້າຂອງວັນທີ 1 ເມສາ 2024 ນີ້, ທີ່ຫ້ອງປະຊຸມ ອົງການປົກຄອງເມືອງບຸນໃຕ້ ທີມງານຂ່າວສານວຽກງານກວດກາ ຄະນະກວດກາສູນກາງພັກ ນໍາໂດຍທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຮອງຫົວໜ້າຄະນະບັນນາທິການວາລະສານກວດກາ, ຫົວໜ້າທີມງານ ພ້ອມດ້ວຍຄະນະ ໄດ້ລົງພົບປະຄະນະກວດກາພັກ-ລັດ ເມືອງບຸນໃຕ້ ແຂວງຜົ້ງສາລີ ໂດຍມີ ທ່ານ ສົມຈິດ ເສີມມີໄຊ ຄະນະປະຈໍາພັກເມືອງ, ປະທານຄະນະກວດກາພັກ-ລັດເມືອງ, ບັນດາທ່ານຮອງປະທານ ພ້ອມດ້ວຍພະນັກງານກວດກາພັກ-ລັດເມືອງເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ສົມຈິດ ເສີມມີໄຊ ໄດ້ລາຍງານສະພາບລວມໃນການເຄື່ອນໄຫວວຽກງານກວດກາໃນໄລຍະຜ່ານມາ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບລວມຂອງເມືອງ, ການຈັດຕັ້ງປະຕິບັດວຽກງານຂອງຄະນະກວດກາ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງ, ໂດຍສະເພາະໃນ 1 ປີຜ່ານມາ ຄະນະພັກ, ຄະນະກວດ ກາພັກ-ລັດເມືອງ ໄດ້ເອົາໃຈໃສ່ໃນການສຶກສາອົບການເມືອງແນວຄິດ, ເຊື່ອມຊຶມບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຄໍາແນະນໍາ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ເອກະສານສໍາຄັນຕ່າງໆ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນປົກກະຕິ; ໄດ້ສຸມໃສ່ການຕິດຕາມ,ກວດກາວຽກງານກວດກາພັກ, ກວດກາລັດປົກກະຕິ ເຊິ່ງປັດຈຸບັນທົ່ວເມືອງມີ 9 ຄະນະພັກຮາກຖານ; ມີ 91 ໜ່ວຍພັກ, ໃນນີ້ ໜ່ວຍພັກສໍານັກງານ 33 ໜ່ວຍພັກ, ຮາກຖານບ້ານ 58 ໜ່ວຍພັກ; ມີສະມາຊິກພັກທັງໝົດ 1.752 ສະຫາຍ, ຍິງ 503 ສະຫາຍ,ໃນນັ້ນ ສໍາຮອງ 91 ສະຫາຍ, ຍິງ 21 ສະຫາຍ; ລົງຕິດຕາມ ການຮ່ວມຊີວິໜ່ວຍພັກ, ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຜ່ານການຕິດຕາມ, ກວດກາຕີລາຄາ, ໃນປີ 2023 ສາມາດຕີລາຄາສະມາຊິກພັກ, ໜ່ວຍພັກຄື: ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 27 ໜ່ວຍພັກ, ກາງ 62 ໜ່ວຍພັກ, ອ່ອນ 2 ໜ່ວຍພັກ; ມີສະມາຊິກພັກແຂງ 1.206 ສະຫາຍ, ຍິງ 408 ສະຫາຍ; ກາງ 345 ສະຫາຍ, ຍິງ 62 ສະຫາຍ; ອ່ອນ 9 ສະຫາຍ, ຍິງ 0 ສະຫາຍ; ບໍ່ໄດ້ຈັດປະເພດ 101 ສະຫາຍ, ຍິງ 12 ສະຫາຍ; ໄດ້ປະຕິບັດດວິໄນຕໍ່ສະມາຊິກພັກ 1 ສະຫາຍ, ຍິງ 1 ສະຫາຍ; (ເຫດຜົນປະລະໜ້າທີ່, ລະເມີດກົດລະບຽບຂອງພັກ, ອາຍຸສູງບໍ່ສາມາເຂົ້າຮ່ວມການເຄື່ອນໄຫວໄດ້), ເຂົ້າຮ່ວມຕິດຕາມບັ້ນດໍາເນີນຊີວິດການເມືອງ ຂອງຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານກຸ່ມໃນທົ່ວເມືອງ; ພ້ອມນີ້ ຍັງໄດ້ຕິດຕາມການຄຸ້ມຄອງ ການບໍລິຫານລັດ ສໍາເລັດທົ່ວເມືອງ 22 ເປົ້າໝາຍ, ຜ່ານການກວດກາພົບເຫັນເງິນທີ່ນໍາໃຊ້ບໍ່ຖືກເປົ້າໝາຍ ຈໍານວນ 16 ລ້ານກວ່າກີບ ເຊິ່ງຈໍານວນເງິນດັ່ງກ່າວແມ່ນມອບເຂົ້າງົບປະມານຂອງລັດແລ້ວ; ໄດ້ລົງຕິດຕາມເງິນກອງທຶນຂອງອົງການຈັດຕັ້ງມະຫາຊົນ ຄື ຫ້ອງການສະຫະພັນກໍາມະບານ ມີກໍາມະບານ 23 ຮາກຖານ , ມີເງິນກອງທຶນ 77 ລ້ານກວ່າກີບ; ຫ້ອງການຊາວໜຸ່ມ ມີໜ່ວຍຊາວໜຸ່ມຈໍານວນ 100 ໜ່ວຍ, ມີເງິນກອງທຶນ 45 ລ້ານກວ່າກີບ; ຫ້ອງການສະຫະພັນແມ່ຍິງເມືອງ, ມີກຸ່ມທ້ອງເງິນ 10 ກຸ່ມ, ຂັ້ນບ້ານມີ 6 ບ້ານ, ມີເງິນກອງທຶນ 2,7 ຕື້ກວ່າກີບ; ໄດ້ຮັບການແຈ້ງຊັບສິນຂອງພະນັກງານ-ລັດຖະກອນໃນທົ່ວເມືອງ ແລະ ຮັກສາເກັບມ້ຽນເອກະສານແຈ້ງຊັບສິນ ຈໍານວນ 152 ທ່ານ, ຍິງ 59 ທ່ານ; ຂັ້ນແຂວງຄຸ້ມຄອງ 22 ທ່ານ, ຍິງ 3 ທ່ານ; ຂັ້ນເມືອງຄຸ້ມຄອງ 130 ທ່ານ, ຍິງ 56 ທ່ານ; ໄດ້ຮັບຄໍາຮ້ອງ-ຄໍາສະເໜີທີ່ເປັນຫ່າງສຽງສັງຄົມຈາກພົນລະເມືອງທັງໝົດ 245 ສະບັບ, ໄດ້ຜ່ານຕູ້ 244 ສະບັບ, ໃນນີ້ ແກ້ໄຂຊີ້ແຈງຄືນແລ້ວ ຈໍານວນ 202 ສະບັບ, ກໍາລັງແກ້ຊີ້ແຈງຄືນ 43 ສະບັບ; ການແກ້ໄຂຜົນການກວດກາໃນປີຜ່ານມາ ຍັງຄ້າງ 1 ເປົ້າໝາຍ ຄື ຫ້ອງການສຶກສາທິການ ແລະ ກິລາເມືອງ ມີມູນຄ່າເສຍຫາຍທັງໝົດ 188 ລ້ານກວ່າກີບ, ໃນນັ້ນ ສົ່ງຄືນ ໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງ ຈໍານວນ 60 ລ້ານກວ່າກີບ, ຍັງຄ້າງຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຈໍານວນ 127 ລ້ານກວ່າກີບ, ເຊິ່ງອົງການກວດກາລັດເມືອງ ໄດ້ເຮັດໃບສະເໜີ ແລະ ເຮັດບົດລາຍງານ ສົ່ງໃຫ້ອົງການກວດກາລັດແຂວງແລ້ວ.