03/04/2024
ວັນທີ 28 ມີນາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ຄະນະກວດກາພັກ-ລັດແຂວງຜົ້ງສາລີ ຮ່ວມກັບຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດຝຶກອົບຮົມກ່ຽວກັບທັກສະການຂຽນບົດ-ຂຽນຂ່າວ ແລະ ການຖ່າຍພາບ ໃຫ້ແກ່ພະນັກງານຄະນະກວດກາພັກ-ລັດແຂວງ, ເມືອງ ແລະ ພະນັກງານບັນດາພະແນກການອ້ອມຂ້າງແຂວງ ຂຶ້ນ, ໂດຍການເປັນປະທານ ຂອງ ທ່ານ ໂລ ອາຍິງ ຮອງປະທານຄະນະກວດກາພັກ-ລັດແຂວງ, ມີທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຮອງຫົວໜ້າບັນນາທິການວາລະສານກວດກາ ຄະນະກວດກາສູນກາງພັກ, ມີນັກວິທະຍາກອນ, ນັກສຳມະນາກອນຈາກຄະນະກວດກາແຂວງ, ກວດກາເມືອງ ແລະ ພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮວ່ມ.
ໂອກາດນີ້ ທ່ານ ໂລ ອາຍິງ ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ໄດ້ກ່າວເປີດຊຸດຝຶກອົບຮົມ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນກ່ຽວກັບການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບທັກສະໃນການເກັບກຳຂໍ້ມູນ, ການຂຽນຂ່າວ, ບົດ, ວິເຄາະ, ວິໄຈຂໍ້ມູນການຂຽນບົດ-ຂຽນຂ່າວ ແລະ ຖ່າຍຮູບພາບ ແນໃສ່ສ້າງຕາໜ່າງຂ່າວ ເພື່ອນຮ່ວມງານຢູ່ທ້ອງຖິ່ນໄດ້ມີຄວາມຮູ້, ຄວາມສາ ມາດດ້ານສື່ມວນຊົນ ແລະ ສາມາດສະໜອງແຫລ່ງຂໍ້ມູນຂ່າວສານ ສົ່ງໃຫ້ວາລະສານ ແລະ ລາຍການວິທະຍຸວຽກງານກວດກາໄດ້ທັນກັບເຫດການ ແລະ ເພື່ອຂະຫຍາຍຕາໜ່າງຂ່າວກ່ຽວກັບວຽກງານກວດກາຢູ່ທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງໃນການໂຄສະນາເຜີຍແຜ່ນິຕິກຳກ່ຽວກັບວຽກງານກວດກາພັກ, ກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ກໍ່ຄືການເຄື່ອນໄຫວວຽກງານຮອບດ້ານຂອງຄະນະກວດກາແຕ່ລະຂັ້ນ, ບັນດາຂະແໜງການຢູ່ທ້ອງຖິ່ນຂອງຕົນໃຫ້ກວ້າງຂວາງ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ.