27/03/2024

ໂອກາດດັ່ງກ່າວ, ທ່ານ ຄຳພັນ ພົມມະທັດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສ. ອາເມຣິກາ ຄົນໃໝ່ປະຈຳ ສປປ ລາວ ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນມີຄວາມໝາຍ, ຄວາມສໍາຄັນ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ - ສ. ອາເມຣິກາ ທີ່ມີມາແຕ່ດົນນານໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໂດຍສະເພາະການເຄື່ອນໄຫວ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ກັບ ສ ອາເມຣິກາ. ໃນໄລຍະທີ່ຜ່ານມາການນໍາຂັ້ນສູງຂອງສອງປະເທດໄດ້ມີການພົບປະຊຶ່ງກັນ ແລະ ກັນ ເຊັ່ນ: ການນໍາຂັ້ນສູງຂອງລາວໄດ້ເຂົ້າຮ່ວມກອງປະຊຸມຢູ່ປະເທດ ອາເມຣິກາ ເປັນແຕ່ລະໄລຍະ ແລະ ສປປ ລາວ ກໍ່ໄດ້ຕ້ອນຮັບການນໍາຂັ້ນສູງ ຂອງອາເມຣິກາ ເຊັ່ນ: ອາດີດປະທານາທິບໍດີ ບຣາຣັກ ໂອບາມາ, ລັດຖະມົນຕີ ນາງ ຮິນລາຮິ ຄຼິນຕັນ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການ ໃນວັນທີ 8 ກັນຍາ 2016 ໂດຍການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫຼວງວຽງຈັນ ໃນໂອກາດ ທີ່ ສປປ ລາວ ເປັນປະທານ ໝູນວຽນ ອາຊຽນ. ນອກນັ້ນຍັງໄດ້ມີການຮ່ວມມືໃນຫຼາຍດ້ານຄື: ດ້ານການເມືອງ; ການຮ່ວມມືດ້ານວຽກງານຊອກຄົ້ນຫາກະດູກ (MIA); ການຮ່ວມມືດ້ານການປາບປາມຢາເສບຕິດ (Narcotic); ການຮ່ວມມືດ້ານວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO); ການພົວພັນ ແລະ ຮ່ວມມືດ້ານການທະຫານ; ການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ການໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ; ການຮ່ວມມືດ້ານສາທາລະນະສຸກ; ການຮ່ວມມືຕ້ານລັດທິກໍ່ການຮ້າຍ, ອະສາຍະກຳຂ້າມຊາດ ແລະ ການບັງຄັບໃຊ້ກົດໝາຍ; ການຮ່ວມມືກັບບັນດາປະເທດລຸ່ມແມ່ນໍ້ຂອງ (LMI); ການຮ່ວມມືໃນຂອບຄະນະກຳມະການແມ່ນໍ້າຂອງສາກົນ (MRC).