ຄະນະກວດກາແຂວງເຊກອງ ຈັດກອງປະຊຸມ ເຊື່ອມຊຶມ, ຜັນຂະຫຍາຍບັນດາເອກະສານສໍາຄັນຂອງພັກ
06/12/2023
![ຄະນະກວດກາແຂວງເຊກອງ ຈັດກອງປະຊຸມ ເຊື່ອມຊຶມ, ຜັນຂະຫຍາຍບັນດາເອກະສານສໍາຄັນຂອງພັກ](/sia/backend/web/images/download/Content_2024031307030125.jpg)
ໃນວັນທີ 28 ພະຈິກ 2023, ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການປົກຄອງແຂວງເຊກອງ, ຄະນະກວດກາແຂວງ ເຊກອງ ໄດ້ຈັດຕັ້ງພິທີເຊື່ອມຊຶມ, ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເອກະສານກອງປະຊຸມຄົບຄະນະກາງສະໄໝ ທີ X ຂອງຄະນະບໍລິຫານງານພັກແຂວງເຊກອງ ແລະ ບັນດາເອກະສານ ວ່າດ້ວຍກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ໂດຍການເປັນປະທານຂອງສະຫາຍ ປອ ສົມນິດ ສິລິບຸນລ້ຽງ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ມີຄະນະໜ່ວຍພັກຮາກຖານ, ຫົວໜ້າ-ຮອງຂະແໜງ, ສະມາຊິກພັກ, ພະນັກງານພາຍໃນຄະນະກວດກາພັກ-ລັດແຂວງ ເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 9 ສະຫາຍ.
ໂດຍປະຕິບັດຕາມແຈ້ງການແນະນຳ ຂອງຄະນະໂຄສະນາອົບຮົມແຂວງເຊກອງ, ສະບັບເລກທີ 17/ຄອຮຂ, ລົງວັນທີ 26 ຕຸລາ 2023, ວ່າດ້ວຍຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມກາງສະໄໝຂອງສູນກາງພັກ, ກອງປະຊຸມກາງສະໄໝຂອງແຂວງ ແລະ ບັນດາເອກະສານຕ່າງໆທີ່ສຳຄັນຂອງພັກ. ເຊິ່ງເອກະສານທີ່ນຳມາເຊື່ອມຊຶມ ແລະ ຜັນຂະຫຍາຍໃນຄັ້ງນີ້ ປະກອບມີ 5 ເອກະສານສໍາຄັນ ຄື: ມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ເອກະສານເນື້ອໃນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ X; ຄຳສັ່ງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 16/ຄປພຂ ວ່າດ້ວຍການກະກຽມ ແລະ ການດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ; ຄໍາແນະນໍາຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 60/ຄຈຂ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງຄະນະປະຈໍາພັກແຂວງ ໃນການກະກຽມ ແລະ ການດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ແລະ ຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ ວ່າດ້ວຍກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
ຕອນທ້າຍຂອງກອງປະຊຸມ ທ່ານ ປອ ສົມນິດ ສິລິບຸນລ້ຽງ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊູມ ໂດຍເນັ້ນໜັກໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະກວດກາພັກ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ກຳແໜ້ນບັນດາເນື້ອໃນຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ເນື້ອໃນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ແລະ ບັນດາເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ຢ່າງເລິກເຊິ່ງ, ກວ້າງຂວາງ, ເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພາຍໃນຄະນະກວດກາພັກ-ລັດແຂວງ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດດ້ວຍປະສິດທິຜົນສູງກວ່າເກົ່າ.