ຄະນະກວດກາ ເມືອງໄຊເສດຖາ ແຂວງອັດຕະປື ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

16/01/2024

ຄະນະກວດກາ ເມືອງໄຊເສດຖາ ແຂວງອັດຕະປື  ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ໃນວັນທີ 12 ມັງກອນ 2024 ນີ້, ຄະນະກວດກາພັກ-ອົງການກວດກາລັດເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂຶ້ນ, ຢູ່ທີ່ຄະນະກວດກາພັກເມືອງໄຊເສດຖາ, ໂດຍການເປັນປະທານ ຂອງ ທ່ານ ອຸດສະຫະ ກົມມະເມືອງ, ຮອງເລຂາພັກເມືອງ ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ, ມີບັນດາພະນັກງານກວດກາພາຍໃນເມືອງເຂົ້າຮ່ວມ.

ເພື່ອປະຕິບັດຕາມ ຂໍ້ຕົກລົງ ຂອງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາເມືອງ ສະບັບເລກທີ 821/ຄຊຂຍມ, ລົງວັນທີ 06 ທັນວາ 2023 ແລະ ຈັບມືກັນປະຕິບັດຕາມຄໍາຂວັນຂໍ້ແຂ່ງຂັນ " ຄະນະພັກນໍາພາເຂັ້ມແຂງຮອບດ້ານ, ເອົາການສະກັດກັ້ນ ແລະ ຕ້ານເປັນສໍາຄັນຕົ້ນຕໍ, ກວດກາທົ່ວເຖິງ ເລິກເຊີ່ງ ໂປ່ງໃສ ແກ້ໄຂບັນຫາຖືກຕ້ອງ, ເດັດຂາດ, ທັນການ ແລະ ເປັນທໍາ" ໂດຍຕິດພັນກັບວຽກງານວິຊາສະເພາະຕາມ 03 ແຜນງານ, 13 ໂຄງການ ແລະ 49 ແຜນວຽກ. ໃນພິທີ ທ່ານ ໂພສາ ທອງສະຫວັດ ຫົວໜ້າ ໜ່ວຍງານກວດກາລັດ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ແຜນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ປີ 2021-2025. ເພື່ອເປັນການປຸກລະດົມກໍາລັງແຮງຂອງພະນັກງານ-ລັດຖະກອນພາຍໃນຂອງຕົນ ໃຫ້ເຊີດຊູນ້ຳໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ, ເສີມຂະຫຍາຍຄວາມດຸໝັ່ນ, ປະຢັດ, ສັດຊື່, ອົດທົນ, ປະດິດສ້າງ ແລະ ແຂ່ງຂັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສູ້ຊົນປະຕິບັດ ບັນດາຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກຕົນ, ແຜນການພັດທະນາວຽກງານກວດກາຂັ້ນຂອງຕົນໄລຍະ 5 ປີ ໃຫ້ປະກົດຜົນເປັນຈິງ. ເພື່ອເປັນບ່ອນອີງໃນການຄັດເລືອກຜົນງານບຸກຄົນປະຈໍາປີ, 5 ປີ ເພື່ອນຳສະເໜີຂັ້ນເທິງພິຈາລະນາຍ້ອງຍໍ, ຊົມເຊີຍ. ພ້ອມດຽວກັນນີ້ ຍັງໄດ້ມອບໃບຍ້ອງຍໍ, ຊົມເຊີຍໃຫ້ແກ່ພະນັກງານ-ລັດຖະກອນ ທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022, ຈາກນັ້ນປະທານ, ຮອງປະທານ, ໜ່ວຍງານ, ກໍ່ໄດ້ຂຶ້ນຈັບມື ແລະ ລົງທະບຽນການແຂ່ງຂັນກັນອີກດ້ວຍ.

 

ໃນຕອນທ້າຍ, ທ່ານ ອຸດສະຫະ ກົມມະເມືອງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໄດ້ມີຄໍາເຫັນຊີ້ນໍາບາງເນື້ອໃນວ່າ: ພະນັກງານ-ລັດຖະກອນທຸກທ່ານຕ້ອງເຂົ້າໃຈຄວາມສໍາຄັນຂອງການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ເພື່ອພ້ອມກັນເຊື່ອມຊຶມ, ກໍາແໜ້ນບັນດາຈຸດປະສົງ, ລະດັບຄາດໝາຍ ແລະ ບັນດາເນື້ອໃນແຜນການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງຕົນ, ພາຍໃນກົມກອງ, ອົງການຈັດຕັ້ງມະຫາຊົນ. ພ້ອມນີ້ ຕ້ອງໄດ້ມີການຕິຕາມ, ກວດກາ, ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນການຂໍ້ແຂ່ງຂັນ ເພື່ອຄັດເລືອກໃຫ້ໄດ້ບຸກຄົນທີ່ມີຜົນງານດີເດັ່ນແທ້ ແລະ ປະເມີນຄືນບັນດາດ້ານດີ-ດ້ານຄົງຄ້າງ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າຢ່າງມີຈຸດສຸມ ແລະ ມີປະສິດທິຜົນສູງກ່ວາເກົ່າ.
ພາບ-ຂ່າວ: ທ. ອານັນ ພິມມະເສນ( ຄະນະກວດກາພັກ-ລັດ ເມືອງໄຊເສດຖາ ແຂວງອັດຕະປື)

 

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)