16/01/2024
ໃນວັນທີ 08-09 ມັງກອນ ປີ 2024 ຄະນະກວດກາພັກແຂວງຫົວພັນ ໄດ້ຈັດພິທີຝຶກອົບຮົມວຽກງານສື່ມວນຊົນ, ການຂຽນບົດ, ຂຽນຂ່າວ ແລະ ການຖ່າຍພາບ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ III ຕຶກຫ້ອງວ່າການແຂວງຫົວພັນ ໂດຍ ການເປັນປະທານຮ່ວມ ຂອງ ທ່ານ ວົງເພັດ ຈອນທະມອນ ຮອງປະທານກວດກາພັກ, ຮອງປະທານອົງການກວດກາລັດແຂວງຫົວພັນ ແລະ ທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ ຮອງຫົວໜ້າບັນນາທິການສື່ມວນຊົນວຽກງານກວດກາ ຄະນະກວດກາສູນກາງພັກ, ມີນັກສຳມະນາກອນຈາກຄະນະກວດກາແຂວງ, ຄະນະກວດກາເມືອງ ແລະ ພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 7 ທ່ານ.
ການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອສ້າງພື້ນຖານຕາໜ່າງຂ່າວສານກ່ຽວກັບວຽກງານກວດກາ, ຍົກລະດັບທັກສະໃນການເກັບກຳຂໍ້ມູນ, ການຂຽນຂ່າວ, ຂຽນບົດ, ຖ່າຍພາບ ສາມາດສະໜອງແຫຼ່ງຂໍ້ມູນຂ່າວສານການເຄື່ອນໄຫວວຽກງານກວດກາຮອບດ້ານ, ການໂຄສະນາເຜີຍແຜ່ນິຕິກໍາກ່ຽວກັບວຽກງານກວດກາ ຢູ່ແຕ່ລະທ້ອງຖິ່ນ ສົ່ງໃຫ້ກົມຄົ້ນຄວ້າ ແລະ ວາລະສານກວດກາ ຄະນະກວດກາສູນກາງພັກ ໄດ້ທັນກັບເຫດການ, ເພື່ອນໍາມາໂຄສະນາເຜີຍແຜ່ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ. ບັ້ນຝຶກອົບຮົມຄັ້ງນີ້, ນັກສໍາມະນາກອນໄດ້ຮຽນຮູ້, ພື້ນຖານໃນການຂຽນຂ່າວ, ການຖ່າຍພາບນິ້ງ, ການສົ່ງຂໍ້ມູນຂ່າວສານ ເພື່ອເຜີຍແຜ່ຜ່ານທາງເວັບໄຊ, ເຟສບຸກ, ວາລະສານ ແລະ ລາຍການວິທະຍຸວຽກງານກວດກາ, ພ້ອມກັນນີ້ນັກສໍາມະນາກອນຍັງໄດ້ຖ່າຍຮູບຕົວຈິງ ແລະ ລົງເກັບກໍາຂໍ້ມູນຢູ່ຄະນະກວດກາເມືອງຊໍາເໜືອ ແລ້ວນໍາມາຂຽນຂ່າວຕົວຈິງ ພ້ອມທັງໄດ້ມີການວິເຄາະຂ່າວ, ຮູບພາບ ຈາກນັກວິທະຍາກອນ ອັນໄດ້ເຮັດໃຫ້ນັກສຳມະນາກອນໄດ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຂຶ້ນກວ່າເກົ່າ. ຜ່ານການຝຶກອົບຮົມໃນຄັ້ງນີ້ ສາມາດຕີລາຄາຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນັກສໍາມະນາກອນທີ່ເຂົ້າຮ່ວມຢູ່ໃນລະດັບດີ ໄດ້ 88% ຂຶ້ນໄປ.
ໃນໂອກາດນີ້ ທ່ານ ວົງເພັດ ຈອນທະມອນ ຮອງປະທານຄະນະກວດກາພັກ, ຮອງປະທານອົງການກວດກາລັດແຂວງຫົວພັນ ໃຫ້ກຽດໂອ້ລົມ ຕໍ່ນັກສໍາມະນາກອນທີ່ເຂົ້າຮ່ວມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຄົ້ນຄວ້າຮໍ່າ ຮຽນ, ເອົາໃຈໃສ່ໃນການຂຽນໃຫ້ຫຼາຍ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນຕໍ່ວຽກງານສື່ມວນຊົນ ແລະ ນໍາເອົາບົດຮຽນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ໃນກົມກອງຂອງຕົນໃຫ້ມີປະສິດທິຜົນສູງ. ພ້ອມນີ້ຍັງໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນອີກດ້ວຍ.