ປະເມີນໜ່ວຍພັກຄະນະກວດກາພັກແຂວງເຊກອງ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
17/01/2024
ກອງປະຊຸມກວດກາ ແລະ ປະເມີນໜ່ວຍພັກຮາກຖານ ຄະນະກວດກາພັກແຂວງເຊກອງ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ເຊິ່ງຈັດຂຶ້ນໃນວັນທີ 11 ມັງກອນ 2024, ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ, ພາຍໃຕ້ການເປັນປະທານ ຂອງສະຫາຍ ປະລິນຍາເອກ ສົມນິດ ສີລິບຸນລ້ຽງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກຮາກຖານຄະນະກວດກາພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງເຊກອງ, ມີສະຫາຍ ດາຊີ ສຸວັນນະສາຍ ຮອງຫົວໜ້າຄະນະຈັດຄັ້ງແຂວງ, ຄະນະກໍາມະການປະເມີນຂັ້ນແຂວງ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ.
ກອງປະຊຸມ, ສະຫາຍ ອ່ອນມະນີ ຈັນດາວົງ ຮອງເລຂາຫນ່ວຍພັກ, ຮອງປະທານຄະນະກວດກາພັກ, ອົງການກວດກາລັດແຂວງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ເປັນຕົ້ນ ຄະນະໜ່ວຍພັກ ໄດ້ປັບປຸງ, ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງພັກ ຕາມ 5 ຫລັກການ ແລະ 3 ທິດນໍາຂອງພັກ ໂດຍຖືເອົາຄຸນນະພາບເປັນກົກ. ໃນນີ້, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ ເພື່ອສ້າງໃຫ້ສະມາຊິກພັກມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ມີຄວາມບຸກບືນຫ້າວຫັນເປັນທີ່ຍອມຮັບຂອງມະຫາຊົນ; ໄດ້ເອົາໃຈໃສ່ນໍາພາອົງການຈັດຕັ້ງມະຫາຊົນ ຕິດພັນກັບການນໍາພາປະຕິບັດໜ້າທີ່ການເມືອງ ເປັນຕົ້ນແມ່ນວຽກງານວິຊາສະເພາະ ໃນໄລຍະ 1 ປີ (2023) ຄະນະພັກ, ຄະນະກວດກາໄດ້ນໍາພາ-ຊີ້ນໍາໜ່ວຍພັກຂອງຕົນຈັດຕັ້ງປະຕິບັດວຽກງານການຕິດຕາມ, ກວດກາ ຢ່າງຕັ້ງຫນ້າ ເປັນຕົ້ນລົງກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ລົງມາ ຢູ່ 4 ເມືອງ, ດຳເນີນການແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆ, ໄດ້ຮັບ, ແກ້ໄຂຄໍາຮ້ອງ, ຄໍາສະເຫນີ ທັງຫມົດ 3 ເລື່ອງ ໃນນັ້ນ ແກ້ໄຂສໍາເລັດ 2 ເລື່ອງ, ມອບໃຫ້ພາກສ່ວນອື່ນແກ້ໄຂ 1 ເລື່ອງ. ພ້ອມນີ້, ສະຫາຍ ສົມສະຫວັນ ຊຸມພົນພັກດີ ປະທານກວດກາພັກ, ຮອງປະທານຄະນະກວດກາພັກ, ຮອງປະທານອົງການກວດກາລັດແຂວງ ໄດ້ຍົກໃຫ້ເຫັນຜົນການດໍາເນີນຊີວິດການເມືອງ ແລະ ການປະເມີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກ ຊຶ່ງພາຍໃນຫນ່ວຍພັກ ມີສະມາຊິກພັກທັງໝົດ 26 ສະຫາຍ, ຍິງ 9 ສະຫາຍ. ເຂົ້າຮ່ວມປະເມີນ 22 ສະຫາຍ, ຍິງ 9 ສະຫາຍ. ເຊິ່ງຜ່ານການປະເມີນ ແລະ ຈັດປະເພດມີສະມາຊິກພັກແຂງ 21 ສະຫາຍ, ຍິງ 8 ສະຫາຍ ເທົ່າກັບ 95,4%, ສະມາຊິກພັກກາງ 1 ສະຫາຍ, ຍິງ 1 ສະຫາຍ ເທົ່າກັບ 4,5% ແລະ ໜ່ວຍພັກແມ່ນຈັດຢູ່ໃນປະເພດແຂງ ຄື: ດ້ານການເມືອງປະຕິບັດໄດ້ 1,9 ຄະແນນ, ດ້ານແນວຄິດ 1,4 ຄະແນນ, ດ້ານການຈັດຕັ້ງ 1,4 ຄະແນນ, ດ້ານແບບແຜນວິທີນໍາພາ 1,9 ຄະແນນ ແລະ ດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ປະຕິບັດໄດ້ 2,9 ຄະແນນ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ປະລິນຍາເອກ ສົມນິດ ສິລິບຸນລ້ຽງ ກໍ່ໃຫ້ກຽດໂອ້ລົມ ໂດຍເນັ້ນໜັກໃຫ້ສະມາຊິກພັກພາຍໃນໜ່ວຍ ເອົາໃຈໃສ່ວຽກງານການເມືອງ, ວຽກງານວິຊາສະເພາະ, ແກ້ໄຂຈຸດອ່ອນຂອງຕົນເອງ, ພ້ອມທັງມີການສ່ອງແສງລາຍງານ ເພື່ອສົ່ງເສີມ ແລະ ແກ້ໄຂ ໃຫ້ມີບາດກ້າວໃໝ່ດີກວ່າເກົ່າ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ, ຜັນຂະຫຍາຍມະຕິຕ່າງໆ ທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ເພື່ອຮັກສາໃຫ້ໄດ້ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນແຕ່ລະປີ.