01/03/2024
ໃນວັນທີ 1 ມີນາ 2024, ໄດ້ມີພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກງານ ຫຼັກແຫຼ່ງ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ມີຜູ້ຕາງໜ້າຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ, ຜູ້ຕາງໜ້າຈາກຫ້ອງການ-ບັນດາກົມ ແລະ ນັກຮຽນທິດສະດີການເມືອງຂັ້ນຕົ້ນຊຸດທີ I ເຂົ້າຮ່ວມ.
ໃນພິທີ ທ່ານ ວັນຄໍາ ໄຊວົງສັກ ກໍາມະການພັກ ຄະນະກວດກາສູນກາງພັກ, ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຫົວໜ້າຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ຮູ້ວ່າ: ຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ I ແມ່ນໄດ້ດໍາເນີນການຮຽນ-ການສອນ ມາແຕ່ວັນທີ 22 ພະຈິກ 2023 ເຖິງ ວັນທີ 27 ກຸມພາ 2024, ມີພະນັກງານເຂົ້າຮຽນທັງໝົດ 40 ທ່ານ, ຍິງ 20 ທ່ານ, ໂດຍໄດ້ຮັບການສິດສອນຂອງຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເນື້ອໃນຫຼັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງໄດ້ແບ່ງອອກເປັນ 07 ພາກ, ມີ 55 ບົດ ຄື: ພາກວິຊາປັດສະຍາມາກ-ເລນິນ 07 ບົດ, ເສດຖະສາດການເມືອງ 09 ບົດ, ລັດທິສັງຄົມນິຍົມວິທະຍາສາດ 04 ບົດ, ການເມືອງວິທະຍາ 04 ບົດ, ສັງຄົມສາດ 04 ບົດ, ກຸ່ມວິຊາແນວຄິດໄກສອນ ພົມວິຫານ 05 ບົດ, ຄຸ້ມຄອງບໍລິຫານລັດ 03 ບົດ,ເຕັກນິກບໍລິຫານ 02 ບົດ, ທິດສະດີລັດ ແລະ ກົດໝາຍ 02 ບົດ, ປະຫວັດສາດ ແລະ ກໍ່່ສ້າງພັກ 10 ບົດ, ລາຍງານເພີ່ມເຕີມຂອງຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ 05 ບົດ. ໃນນັ້ນ, ຂຶ້ນຫ້ອງຟັງການບັນລະຍາຍເນື້ອໃນບົດຮຽນ, ສໍາມະນາເປັນໜ່ວຍ, ແກ້ຂໍ້ຂ້ອງໃຈ, ສ່ອງແສງລາຍງານ, ຂຽນບົດຈົບຂັ້ນ ຫຼື ບົດປະເມີນຄວາມຮູ້ເປັນບຸກຄົນ, ປ້ອງກັນບົດເກັບກ່ຽວເປັນຈຸ ແລະ ຕອບຄຳຖາມເປັນລາຍບຸກຄົນ. ພ້ອມທັງໄດ້ຍົກໃຫ້ເຫັນບັນດາດ້ານດີທີ່ເປັນຜົນສໍາເລັດ, ດ້ານອ່ອນທີ່ຍັງຄົງຄ້າງ, ບາງບົດຮຽມທີ່ຖອດຖອນໄດ້. ຈາກນັ້ນ, ຍັງໄດ້ມອບໃບຢັ້ງຢືນໃຫ້ພະນັກງານທີ່ເຂົ້າຮ່ວມຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ອີກດ້ວຍ.