28/12/2023

ໃນວັນທີ 22 ທັນວາ 2023 ທີ່ຫໍປະຊຸມສະໂມສອນວິທະຍາໄລຄູສາລະວັນ, ອົງການກວດກາແຂວງສາລະວັນ ຮ່ວມກັບອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການກວດກາລັດ ແລະ ທາບທາມຮ່າງກົດໝາຍວ່າດ້ວຍສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ແລະ ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2023-2030 ພາຍໃຕ້ການເປັນທານຂອງ ສະຫາຍ ວິຊຽນ ນະວິກຸນ ກຳມະການປະຈຳພັກແຂວງ, ປະທານອົງການກວດກາລັດແຂວງ; ມີສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈໍາພັກ, ຮອງປະທານອົງການກວດກາແຫ່ງລັດ; ບັນດາສະຫາຍກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າ ແລະ ຜູ້ເຮັດວຽກງານກວດກາພະແນການ-ອົງການອ້ອມຂ້າງແຂວງ, ສອງກໍາລັງປະກອບອາວຸດ, ປະທານ-ຮອງປະທານກວດກາລັດ 08 ເມືອງ, ພະນັກງານອົງການກວດກາລັດແຂວງ, ຄະນະຮັບຜິດຊອບຈາກອົງການກວດກາແຫ່ງລັດ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 98 ສະຫາຍ, ຍິງ 27 ສະຫາຍ.
ກອງປະຊຸມຄັ້ງນີ້, ສະຫາຍ ວິຊຽນ ນະວິກຸນ ປະທານກອງປະຊຸມ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຄວາມສໍາຄັນຕໍ່ກັບບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ ແລະ ໄດ້ເນັ້ນໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນຕ່າງໆໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ, ຈາກນັ້ນ, ສະຫາຍ ປອ ດາວບົວລະພາ ບາວົງເພັດ ໄດ້ມີຄໍາເຫັນສະເໜີຫຍໍ້ກ່ຽວກັບຈຸດປະສົງ, ຄວາມຈໍາເປັນ, ເຫດຜົນຂອງການປັບປຸງ ແລະ ຄໍາເຫັນເຈາະຈີ້ມກ່ຽວກັບການປະກອບຄໍາເຫັນຕໍ່ເນື້ອໃນຮ່າງກົດໝາຍ ວ່າດ້ວຍສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ເຊິ່ງປະກອບມີທັງໝົດ 12 ພາກ, 08 ໝວດ, 88 ມາດຕາ. ເພື່ອໃຫ້ຄະນະພັກ, ການນໍາ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ກໍຄືຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຄົ້ນຄວ້າເຊື່ອມຊຶມ ມີສ່ວນຮ່ວມກ່ຽວກັບວຽກງານກວດກາຢ່າງແຂງແຮງ ແລະ ຍູ້ແຮງວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນຂອບເຂດຄວາມຮັບຜິດຊອບຂອງຕົນ.