04/01/2024

ໃນລະຫວ່າງວັນທີ 26-27 ທັນວາ 2023 ຜ່ານມານີ້, ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ), ຮ່າງຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2023-2030 ແລະ ເຜີຍແຜ່ ຄໍາແນະນໍາ ອົງການກວດກາແຫ່ງລັດສະບັບເລກທີ 331/ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ ຂຶ້ນ, ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍການເປັນປະທານຂອງ ທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ໂດຍມີຜູ້ຕາງໜ້າຈາກກະຊວງ-ອົງການ, ນະຄອນຫຼວງ, ຄະນະກວດກາ 9 ຕົວເມືອງ, ພະແນກ ການອ້ອມຂ້າງນະຄອນຫຼວງ, ລັດວິສາຫະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້; ທ່ານ ວິໄລວັນ ບຸດດາຄໍາ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນກ່ຽວກັບວຽກງານ ຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຖືວຽກງານດັ່ງກ່າວເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ, ໂດຍໄດ້ວາງແນວທາງນະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການ, ມາດຕະການຕ່າງໆເພື່ອເປັນບ່ອນອີງໃນການແກ້ໄຂ, ໄດ້ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງກວດກາ ແລະ ຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ, ໄດ້ດຳເນີນການກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ອື່ນໆ. ໃນນັ້ນ, ກົດໝາຍວ່າດ້ວຍການ ຕ້ານການສໍ້ລາດບັງຫຼວງ ສະບັບປີ 2012 ໄດ້ເປັນເຄື່ອງມືໜຶ່ງທີ່ສຳຄັນ ສຳລັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ເຊິ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ. ເຖິງຢ່າງໃດກໍຕາມ ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ, ທຽບໃສ່ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ທຽບໃສ່ບົດຮຽນຂອງປະເທດເພື່ອນມິດ, ເຫັນວ່າກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງສະບັບປະຈຸບັນ ຍັງມີຫຼາຍດ້ານທີ່ຈະຕ້ອງສືບຕໍ່ປັບປຸງໃຫ້ມີຄວາມຄົບຖ້ວນສົມບູນຂຶ້ນກວ່າເກົ່າ. ສະນັ້ນ, ຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວນີ້ຂື້ນ ເພື່ອເປີດໂອກາດໃຫ້ພາກສ່ວນຕ່າງໆຢູ່ຂັ້ນສູນກາງໄດ້ປະກອບຄຳເຫັນໃສ່ຮ່າງ ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ), ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແລະ ຮັບຟັງການເຜີຍແຜ່ຄໍາແນະນໍາກ່ຽວກັບກົດໝາຍກວດກາລັດ ສະບັບປັບປຸງປີ 2023.