ທ່ານ ປອ ຄຳພັນ ພົມມະທັດ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ສ ສິງກະໂປ
24/01/2024

ໃນວັນທີ 22 ມັງກອນ ນີ້, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລູ ເຊີນ ວອງ ຫົວໜ້າອົງການໄອຍະການສູງສຸດແຫ່ງ ສ ສິງກະໂປ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ.
ການມາຢ້ຽມຢາມ ຂອງຄະນະຜູ້ແທນອົງການໄອຍະການສູງສຸດ ແຫ່ງ ສາທາລະລັດ ສິງກະໂປ ແລະ ອົງການກວດກາແຫ່ງລັດ ສ ປປ ລາວ ໃນຄັ້ງນີ້ ແມ່ນມີຄວາມສໍາຄັນ ລະຫວ່າງ ສອງອົງການ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ສິງກະໂປ ທີ່ມີມາແຕ່ດົນນານໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ໂດຍສະເພາະແມ່ນອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຕະຫຼອດຮອດບັນດາຂະແໜງການທີ່ກ່ຽວຂ້ອງກັບວຽກງານຂອງອົງການໄອຍະການສູງສຸດ ແຫ່ງ ສາທາລະລັດ ສິງກະໂປ, ເຊິ່ງເປັນໂອກາດທີ່ດີຂອງ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ແຫ່ງ ສປປ ລາວ ໄດ້ແລກປ່ຽນບົດຮຽນທີ່ດີ, ມີຄຸນນະພາບ ຈາກປະເທດສິງກະໂປ ເຊິ່ງເປັນທີ່ຍອມຮັບຈາກຫຼາຍປະເທດ.

ໃນນາມຕາງໜ້າຄະນະນໍາອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ, ທ່ານ ປອ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຂອບໃຈ ແລະ ຍິນດີຕໍ່ການມາຢ້ຽມຢາມຂອງຄະນະໃນຄັ້ງນີ້, ພ້ອມທັງໄດ້ອວຍພອນ ທ່ານ ລູ ເຊີນ ວອງ ພ້ອມດ້ວຍຄະນະ, ຈົ່ງປະສົບຜົນສໍາເລັດໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ. ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ສິງກະໂປ, ສິງກະໂປ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືຂົງເຂດວຽກງານໄອຍະການ ແລະ ຂົງເຂດວຽກງານຕ້ານການສໍ້ລາດບັງຫຼວງ ຈົ່ງໄດ້ຮັບການເສີມຂະຫຍາຍສາຍພົວພັນຮ່ວມມືນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
