15/02/2024

ໃນຕອນເຊົ້າຂອງ ວັນທີ 14 ກຸມພາ 2024, ທີ່ຫ້ອງປະຊຸມ ຊັ້ນ 2 ຂອງອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດຂຶ້ນ ໂດຍໃຫ້ກຽດເປັນປະທານຮ່ວມໃນພິທີ ໂດຍ ທ່ານ ປອ. ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ, ມີບັນດາທ່ານຮອງປະທານ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ພ້ອມດ້ວຍຫົວໜ້າຫ້ອງການ, ຄະນະກົມບັນດາກົມວິຊາສະເພາະ ແລະ ພະນັກງານທີ່ກ່ຽວຂ້ອງ ຂອງສອງພາກສ່ວນເຂົ້າຮ່ວມ.
ການປັບປຸງບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ແມ່ນອີງໃສ່ການປັບປຸງທີ່ຕັ້ງ ພາລະບົດບາດ ໜ້າທີ່ຂອງອົງການກວດກາແຫ່ງລັດ (ອົງການກວດກາລັດຖະບານໃນເມື່ອກ່ອນ) ແລະ ອົງການກວດສອບແຫ່ງລັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ) ສະບັບເລກທີ 25/ສພຊ, ລົງວັນທີ 29 ທັນວາ 2022, ກົດໝາຍວ່າດ້ວຍການກວດສອບແຫ່ງລັດ (ສະບັບປັບປຸງ) ສະບັບເລກທີ 29/ສພຊ, ລົງວັນທີ 29 ທັນວາ 2022, ລັດຖະດໍາລັດ ຂອງປະທານ ປະເທດ ສປປ.ລາວ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາແຫ່ງລັດ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງອົງການກວດສອບແຫ່ງລັດ, ພ້ອມນີ້ກໍເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ແລະ ມະຕິຂອງສະພາແຫ່ງຊາດ ທີ່ໄດ້ເນັ້ນໜັກໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເພີ່ມທະວີການປະຕິບັດພາລະບົດບາດ, ໜ້າທີ່ ໃນການຄົ້ນຄ້ວາ, ພິຈາລະນາ, ໄຈ້ແຍກບັນຫາ ແລະ ຫາວິທີແກ້ໄຂຜົນຂອງການກວດກາ, ຜົນຂອງການກວດສອບ ໃຫ້ເປັນປົກກະຕິ, ເຂັ້ມງວດ, ລາຍງານຕໍ່ສະພາແຫ່ງຊາດ, ປະທານປະເທດ ແລະ ນາຍົກລັດຖະມົນຕີ ໃຫ້ທັນກັບສະພາບການ. ການປັບປຸງບົດບັນທຶກການປະສານງານ ລະຫວ່າງ ສອງອົງການ ໄດ້ດໍາເນີນມາເປັນຄັ້ງທີ 2, ສະບັບທໍາອິດແມ່ນເຊັນຮັບຮອງຮ່ວມກັນໃນປີ 2013. ເຊິ່ງໃນພິເຊັນບົດບັນທຶກຄັ້ງນີ້ ເບື້ອງອົງການກວດກາແຫ່ງລັດ ໂດຍທ່ານ ສຸກຄໍາເພັດ ເຮືອງບຸດສີ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ເບື້ອງອົງການກວດສອບແຫ່ງລັດ ໂດຍທ່ານ ເຄນ ລໍວັນໄຊ ຮອງເລຂາຄະນະພັກ, ປະທານຄະນະກວດກາພັກ, ຮອງປະທານອົງການກວດສອບແຫ່ງລັດ ໄດ້ຂຶ້ນເຊັນບົດບັນທຶກຮ່ວມກັນ ພາຍໃຕ້ການເປັນສັກຂີພິຍານຂອງຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂອງທັງສອງອົງການ. ການລົງນາມເຊັນບົດບັນທຶກຮ່ວມກັນໃນຄັ້ງນີ້ ແມ່ນເພື່ອປັບປຸງບາງເນື້ອໃນເພີ່ມເຕີມໃຫ້ຄົບຖ້ວນ ແລະ ຮັດກຸມຂຶ້ນກວ່າເກົ່າ.
ໃນຕອນທ້າຍຂອງພິທີ ທ່ານ ປອ ຄໍາພັນ ພົມມະທັດ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງດ້ານ ໂດຍທ່ານໄດ້ເຫັັນດີເປັນເອກະພາບຕໍ່ບົດລາຍງານການປະຕິບັດວຽກງານຮ່ວມກັນຂອງທັງສອງອົງການໃນໄລຍະຜ່ານມາ ແລະ ບັນດາເນື້ອໃນບົດບັນທຶກການປະສານງານຂອງທັງສອງອົງການໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ທັງສອງອົງການສືບຕໍ່ຕິດຕາມຄືນບັນດາໜ້າວຽກທີ່ໄດ້ປະຕິບັດໃນໄລຍະຜ່ານມາ ເພື່ອຕີລາຄາຄືນດ້ານດີ-ດ້ານທີ່ຍັງຄົງຄ້າງ ແລະ ບົດຮຽນທີ່ສາມມາດຖອດຖອນໄດ້, ສືບຕໍ່ເອົາໃຈໃສ່ປະສານສົມທົບການຮ່ວມມືຕາມຂອບເຂດທີ່ໄດ້ເຊັນຮ່ວມກັນ ແລະ ຕ້ອງກໍາແໜ້ນບັນດາພາລະບົດບາດ, ຂອບເຂດຄວາມຮັບຜິດຊອບຂອງອົງການຕົນ, ຕ້ອງມີຄວາມເປັນເອກະພາບ, ມີການປະສານງານ, ແລກປ່ຽນຂໍ້ມູນຂ່າວສານເປັນປົກກະຕິໃນຂົງເຂດວຽກງານທີ່ຕິດພັນກັນຂອງທັງສອງອົງການ ເພື່ອສະດວກໃນການປະຕິບັດໜ້າທີ່ ແລະ ຫຼີກເວັ້ນບັນຫາທີ່ມີຄວາມຄຸມເຄືອ, ແນ່ໃສ່ເຮັດໃຫ້ການປະຕິບັດວຽກງານມີປະສິດທິພາບ ແລະ ປະສິດທິຜົນ.