ທ່ານ ປອ ຄຳພັນ ພົມມະທັດ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ສ. ເກົາຫລີ ປະຈໍາ ສປປ ລາວ ຄົນໃໝ່

22/02/2024

ທ່ານ ປອ ຄຳພັນ ພົມມະທັດ ຕ້ອນຮັບ  ທ່ານ ເອກອັກຄະລັດຖະທູດ ສ. ເກົາຫລີ ປະຈໍາ ສປປ ລາວ ຄົນໃໝ່

ໃນວັນທີ 20 ກຸມພາ 2024 ນີ້, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ສ.ເກົາຫຼີ ປະຈໍາ ສປປ ລາວ ພ້ອມຄະນະ, ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ ( ຫຼັກ 6 );
ໂອກາດດັ່ງກ່າວ, ທ່ານ ຄຳພັນ ພົມມະທັດ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສ. ເກົາຫຼີ ຄົນໃໝ່ປະຈຳ ສປປ ລາວ ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນມີຄວາມໝາຍ, ຄວາມສໍາຄັນ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ - ສ. ເກົາຫຼີ ທີ່ມີມາແຕ່ດົນນານໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໂດຍສະເພາະການເຄື່ອນໄຫວ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ກັບ ສ ເກົາຫຼີ ໃນໄລຍະຜ່ານມາ ພະນັກງານຂອງພວກເຮົາໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ແລະ ຝຶກອົບຮົບຫຼາຍຄັ້ງ ໂດຍການໃຫ້ທຶນຂອງປະເທດເຈົ້າພາບ ແລະ ຈັດຝຶກອົບຮົບ ໃນຫົວຂໍ້: ການຕ້ານການສໍ້ລາດບັງຫຼວງ ຢູ່ທີ່ ສ ເກົາຫຼີ, ໃນຕໍ່ໜ້າອົງການກວດກາແຫ່ງລັດ ມີຄວາມຍິນດີທີ່ຈະຂະຫຍາຍການພົວພັນຮ່ວມມືກັບອົງການຕ້ານການສໍ້ລາດບັງຫຼວງ ໃນພາກພື້ນ ແລະ ສາກົນ ເພື່ອການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນຈາກປະເທດທີ່ພັດທະນາ ແລະ ມີຄວາມເຂັ້ມແຂງທາງດ້ານວຽກງານຕ້ານການສໍ້ລາດບັງຫຼວງ ເຊັ່ນ ສ ເກົາຫຼີ. ທ່ານທູດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວຢືນຢັນຈະຕັ້ງໜ້າສືບຕໍ່ປະກອບສ່ວນເຂົ້າໃນການພົວພັນຮ່ວມມືທີ່ດີລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ ໃຫ້ນັບມື້ແໜ້ນແຟ້ນຂະຫຍາຍຕົວຍິ່ງຂຶ້ນ.
ສປປ ລາວ ແລະ ສ ເກົາຫຼີ ໄດ້ຮັບການສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1995 ແລະ ໄດ້ເປີດສຳນັກງານສະຖານທູດປະຈຳນະຄອນຫຼວງວຽງຈັນ ໃນປີ 1996 ພ້ອມນັ້ນ ສປປ ລາວ ກໍໄດ້ເປີດສະຖານທູດປະຈຳນະຄອນຫຼວງເຊອູນ ສ ເກົາຫຼີ ໃນປີ 2001, ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງເຊອູນ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການແລກປ່ຽນແບບເພື່ອນມິດ ແລະ ການຮ່ວມມືນຳກັນໃນປີ 2015 ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)