07/03/2024

ພາຍຫຼັງດຳເນີນມາເປັນເວລາ 2 ວັນກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2023 ກໍ່ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນບ່າຍຂອງວັນທີ 7 ມີນາ 2024 ກອງປະຊຸມຄັ້ງນີ້ແມ່ນເຕັມໄປດ້ວຍເນື້ອໃນທີ່ສຳຄັນໂດຍສະເພາະແມ່ນການການປະກອບຄໍາຄິດ-ຄໍາເຫັນ ທີ່ເຈາະຈົງກົງປະເດັນຂອງບັນດາສະຫາຍຜູ້ແທນກອງປະຊຸມ ເຫັນໄດ້ວ່າ ໃນໄລຍະຜ່ານມາການປະຕິບັດວຽກງານຕິດຕາມ,ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ໄດ້ມີການຫັນປ່ຽນທີ່ຕັ້ງໜ້າເປັນລໍາດັບຕໍ່ເນື່ອງ, ສະເພາະໃນປີ 2023 ແມ່ນສາມາດຍາດໄດ້ຜົນສໍາເລັດທີ່ສໍາຄັນຫຼາຍດ້ານ, ປະກອບສ່ວນໂດຍກົງເຂົ້າໃນຄວາມພະຍາຍາມ ແລະ ຜົນສໍາເລັດຂອງທົ່ວພັກ, ທົ່ວສັງຄົມ ໃນການແກ້ໄຂບັນຫາທີ່ປະເທດຊາດພວກເຮົາພວມປະເຊີນຢູ່.
ເພື່ອເຮັດໃຫ້ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023 ຄັ້ງນີ້ ໄດ້ຮັບການຜັນຂະຫຍາຍໄວ ແລະ ແຂງແຮງ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຜົນສໍາເລັດ ທີ່ໄດ້ຈາກຄວາມຮັບຜິດຊອບໃນການນຳພາ-ຊີ້ນຳຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ຕໍ່ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນໄລຍະຜ່ານມາ, ສະໜັບສະໜູນຕໍ່ຄໍາເຫັນ ທີ່ເຕັມໄປດ້ວຍຄວາມຫ່ວງໄຍ, ຄວາມຮັບຜິດຊອບ ແລະ ມານາຈິດອັນເຂັ້ມແຂງ ຂອງບັນດາສະຫາຍຜູ້ແທນກອງປະຊຸມ
ໂອກາດນີ້ ສະຫາຍຍັງໄດ້ມີຄໍາເຫັນເພີ່ມເຕີມບາງດ້ານຕໍ່ກອງປະຊຸມເປັນຕົ້ນແມ່ນກ່ຽວກັບເນື້ອໃນການເຄື່ອນໄຫວກວດກາ; ປະເດັນບັນຫາທີ່ຕັ້ງຂຶ້ນ ແລະ ຕ້ອງຮີບຮ້ອນແກ້ໄຂ; ວຽກງານກວດກາປະກອບສ່ວນແນວໃດໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ສືບຕໍ່ເຊື່ອມຊຶມ ມະຕິ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ້ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາ ຂອງພັກ ໂດຍຕິດພັນກັບການປັບປຸງແກ້ໄຂປະເດັນບັນຫາສໍາຄັນຂອງວຽກງານກວດກາ. ນອກນີ້ຍັງໄດ້ສະເໜີກອງເລຂາກອງປະຊຸມຮີບຮ້ອນປັບປຸງເປັນເນື້ອໃນທີ່ສົມບູນ ບົນພື້ນຖານການປະກອບຄໍາຄິດຄໍາເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ; ພ້ອມນັ້ນ ສະເໜີບັນດາສະຫາຍຜູ້ແທນກອງປະຊຸມ ເປັນເຈົ້າການນຳເອົາບັນດາຈິດໃຈ, ເນື້ອໃນຂອງກອງປະຊຸມຄັ້ງນີ້ ໄປລາຍງານຕໍ່ສະຫາຍເລຂາຄະນະພັກ, ຄະນະປະຈໍາ ຮັບຊາບ ແລະ ຂໍການຊີ້ນໍາໃນການຈັດປະຕິບັດ, ລວມທັງຈັດຕັ້ງເຜີຍແຜ່ໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ ພາຍໃນກະຊວງ-ອົງການ ແລະ ທ້ອງຖິ່ນຂອງຕົນ, ພິເສດບັນດາສະຫາຍ ທີ່ຮັບຜິດຊອບວຽກງານກວດກາຕ້ອງຄົ້ນຄວ້າກໍາແໜ້ນ ແລະ ຫັນເປັນແຜນເຄື່ອນໄຫວລະອຽດໃນແຕ່ລະດ້ານ ເພື່ອເປັນບ່ອນອີງໃນການນໍາພາຈັດຕັ້ງປະຕິບັດ.