ກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2023

06/03/2024

ກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2023

ກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2023 ໄດ້ໄຂຂຶ້ນໃນລະຫວ່າງວັນທີ 6-7 ມີນາ 2024 ທີ່ສະໂມສອນຫ້ອງວ່າການສູນກາງພັກ (ຫຼັກ 6) ໂດຍການໃຫ້ກຽດເປັນປະທານກອງປະຊຸມຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາສະຫາຍຄະນະກົມ, ຄະນະພະແນກພາຍໃນ ຄກສພ-ອກຫລ, ປະທານ-ຮອງປະທານ ກວດກາຈາກກະຊວງ-ອົງການ ແລະ ຈາກຄະນະກວດກາພັກ-ລັດແຂວງ ເຂົ້າຮ່ວມທັງໝົດ 272 ສະຫາຍ, ຍິງ 66 ສະຫາຍ.

ກອງປະຊຸມຄັ້ງນີ້ແມ່ນໄດ້ ລົງເລິກປຶກສາຫາລື ແລະ ແກ້ໄຂບັນຫາຕົວຈິງ, ຈຶ່ງຕ້ອງຮັບປະກັນບາງລັກສະນະສະເພາະ ແລະ ເປົ້າໝາຍຕົ້ນຕໍຄື: 1 ສະຫຼຸບວຽກງານກວດກາ ປະຈໍາປີ 2023 ຕິດພັນກັບການປະເມີນຄືນການເຄື່ອນໄຫວ ນັບແຕ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV; 2 ສໍາມະນາລະດັບຄໍາເຫັນປິ່ນອ້ອມບາງບັນຫາຮີບດ່ວນຈໍານວນໜຶ່ງ; 3 ຝຶກອົບຮົມ-ຍົກລະດັບຄວາມຮູ້ຮ່ວມກັນກ່ຽວກັບເນື້ອໃນດ້ານຕ່າງໆ ຂອງວຽກງານກວດກາໃນໄລຍະໃໝ່ ແລະ 4 ເຜີຍແຜ່ແນະນໍາປະຕິບັດບາງນິຕິກໍາ ແລະ ເອ ກະສານຕົ້ນຕໍຈໍານວນໜຶ່ງ. ສຳລັບການສະຫຼຸບຕີລາຄາຄືນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແຕ່ລະບັນຫາໃນການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາ ໂດຍຖືເອົາບັນດາຄາດໝາຍທີ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ວາງອອກເປັນບ່ອນອີງຕົ້ນຕໍ; ໃນນັ້ນ, ອີງຕາມຜົນການຄົ້ນຄວ້າປຶກສາຫາລືບັນຫາຕ່າງໆທີ່ເລິກເຊິ່ງ-ຖືກກັບຄວາມເປັນຈິງ, ຜົນສຳເລັດທີ່ຍາດມາໄດ້ ກໍ່ຄືການຕີລາຄາດ້ານທີ່ຍັງເປັນຈຸດອ່ອນ-ຂໍ້ຄົງຄ້າງ, ຖອດຖອນບົດຮຽນ ທີ່ຈະໄດ້ປັງປຸງແກ້ໄຂໃນຕໍ່ໜ້າ, ພ້ອມຄົ້ນຄວ້າຊອກຫາໃຫ້ເຫັນສາເຫດ ແລະ ບົດຮຽນຕົວຈິງ, ນອກນີ້ ໃນກອງປະຊຸມຈະໄດ້ຄົ້ນຄວ້າ ແລະ ມີຄວາມຄິດ-ຄວາມເຫັນຕໍ່ກັບທິດທາງລວມ ແລະ ແຜນການຄາດໝາຍສູ້ຊົນວຽກງານຈຸດສຸມ ໃນປີ 2024, ແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ປັບປຸງກົງຈັກ, ບໍາລຸງກໍ່ສ້າງພະນັກງານກວດກາ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນດີຂຶ້ກວ່າເກົ່າ ເຊິ່ງເປັນໄລຍະແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.

ນອກຈາກຈະໄດ້ພິຈາລະນາເນື້ອໃນບົດສະຫຼຸບການປະເມີນຜົນການເຄື່ອນໄຫວຜ່ານມາ ແລະ ເອກະພາບທິດທາງ-ໜ້າທີ່ ສໍາລັບປີ 2024 ແລ້ວ, ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການສະເໜີ ແລະ ແນະນໍາບາງເນື້ອໃນຂອງເອກະສານທີ່ສໍາຄັນຈໍານວນໜຶ່ງ ທີ່ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດໄດ້ກະກຽມມາ.

ນອກຈາກນີ້ ສະຫາຍ ຄຳພັນ ພົມມະທັດ ຍັງໄດ້ເນັ້ນໃຫ້ບັນດາສະຫາຍຜູ້ແທນກອງປະຊຸມຈະເຊີດຊູຄວາມຮັບຜິດຊອບທາງການເມືອງຂອງຕົນ, ເສີມຂະຫຍາຍປະຊາທິປະໄຕ ຢ່າງເຕັມສ່ວນ, ສຸມສະຕິປັນຍາ ເຂົ້າໃສ່ໃນການຄົ້ນຄວ້າ ແລະ ເປັນເຈົ້າການປະກອບຄໍາຄິດ-ຄໍາເຫັນໃຫ້ເລິກເຊິ່ງ, ກົງໄປກົງມາ ເຮັດໃຫ້ເນື້ອໃນຂອງກອງປະຊຸມມີຄວາມຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ມີຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆ ບົນພື້ນຖານແນວທາງ, ນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງລັດ, ຫຼີກເວັ້ນການປະກອບຄໍາເຫັນທີ່ມີລັກສະນະລວມໆ ທີ່ບໍ່ມີວິທີການແກ້ໄຂ; ອັນສໍາຄັນ ແມ່ນຢາກໃຫ້ບັນດາສະຫາຍ ພ້ອມກັນລົງເລິກປະກອບຄໍາເຫັນໃສ່ ບັນຫາຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ທິດທາງ, ເນື້ອໃນການຫັນ ປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດ ຂອງວຽກງານຕິດຕາມ-ກວດກາ ແລະ ຕ້ານການສໍ້ລາດບັງຫຼວງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)