01/11/2023

ຕອນບ່າຍຂອງວັນທີ 01 ພະຈິກ 2023 ນີ້, ທີ່ຫ້ອງຮັບແຂກຄະນະກວດກາສູນກາງພັກ ໄດ້ມີພິທີມອບ-ຮັບປຶ້ມກົດໝາຍ ຈາກອົງການໄອຍະການປະຊາຊົນສູງສຸດ, ຕາງໜ້າອົງການໄອຍະການປະຊາຊົນສູງສຸດ ກ່າວມອບຄັ້ງນີ້ ໂດຍແມ່ນທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະພັກ, ປະທານຄະນະກວດກາພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມຄະນະ, ຕາງໜ້າຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ກ່າວຮັບໂດຍ ທ່ານ ວິໄລວັນ ບຸດດາຄຳ ກໍາມະການສໍາຮອງສູນກາງພັກ, ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມດ້ວຍຜູ້ຕາງໜ້າບັນດາກົມກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການມອບ-ຮັບປຶ້ມກົດໝາຍໃນຄັ້ງນີ້ ກໍແມ່ນເພື່ອແນ່ໃສ່ເຜີຍແຜ່, ສ້າງຄວາມຮັບຮູ້-ເຂົ້າໃຈ ໃຫ້ແກ່ພະນັກງານ-ລັດຖະກອນ ກ່ຽວກັບວຽກງານດ້ານກົດໝາຍຕ່າງໆ ໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຕົວຈິງ. ເຊິ່ງປື້ມກົດໝາຍທີ່ນໍາມາມອບໃນຄັ້ງນີ້ ມີຈຳນວນທັງໝົດ 600 ຫົວ, ປະກອບມີ 8 ນິຕິກໍາຄື: 1 ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ ຈຳນວນ 100 ຫົວ; 2 ແຜນວາດການດໍາເນີນຄະດີອາຍາ ຈໍານວນ 100 ຫົວ; 3 ຄູ່ມືການກໍານົດຂໍ້ເທັດຈິງໃນການດໍາເນີນຄະດີອາຍາ ຈຳນວນ 100 ຫົວ; 4 ທິດສະດີກົດໝາຍອາຍາ (ພາກທົ່ວໄປ) ຈຳນວນ 50 ຫົວ; 5 ຄູ່ມືການກຳນົດຂໍ້ເທັດຈິງໃນການດຳເນີນຄະດີແພ່ງ ຈຳນວນ 50 ຫົວ; 6 ປະມວນກົດໝາຍອາຍາ 60 ຫົວ; 7 ປະມວນກົດໝາຍແພ່ງ ຈຳນວນ 60 ຫົວ; 8 ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ຈໍານວນ 80 ຫົວ.
ໃນໂອກາດດັ່ງກ່າວ, ທ່ານ ວິໄລວັນ ບຸດດາຄຳ ໄດ້ຕາງໜ້າ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ນຳປຶ້ມກົດໝາຍມາມອບໃຫ້ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດໃນຄັ້ງນີ້, ເຊິ່ງບັນດານິຕິກໍາດັ່ງກ່າວແມ່ນຈະໄດ້ນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຂົງເຂດວຽກງານກວດກາໃຫ້ເກີດປະໂຫຍດສູງສຸດ ແລະ ຍົກສູງຄວາມເປັນເຈົ້າການຮັບຜິດຊອບ ຈັດຕັ້ງປະຕິບັດກົດໝາຍ, ປົກປ້ອງກົດໝາຍ, ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ໃຫ້ມີຄວາມຍຸຕິທໍາ, ໃນຕອນທ້າຍທ່ານ ວິໄລວັນ ບຸດດາຄໍາ ຍັງໄດ້ມອບໃບກຽດຕິຄຸນ ເພື່ອສະແດງຄວາມຂອບໃຈມາຍັງອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ນໍາປຶ້ມກົດໝາຍມາມອບໃຫ້ໃນຄັ້ງນີ້ອີກດ້ວຍ.