ກອງປະຊຸມປາຖະກະຖາວັນປະຫວັດສາດສໍາຄັນຂອງພັກ-ຂອງຊາດ

03/11/2023

ກອງປະຊຸມປາຖະກະຖາວັນປະຫວັດສາດສໍາຄັນຂອງພັກ-ຂອງຊາດ

ວັນທີ 25 ຕຸລາ 2023 ຄະນະກວດກາພັກ-ອົງການກວດກາລັດ ແຂວງເຊກອງ ໄດ້ຈັດກອງປະຊຸມປາຖະກະຖາວັນປະຫວັດສາດສໍາຄັນຂອງພັກ-ຂອງຊາດຂຶ້ນ ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການປົກຄອງແຂວງເຊກອງໂດຍການໃຫ້ກຽດເປັນປະທານກອງປະຊຸມ ຂອງ ທ່ານ ປອ ສົມນິດ ສິລິບຸນລ້ຽງ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ມີບັນດາທ່ານຮອງປະທານກວດກາ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະກວດກາພັກ-ອົງການກວດກາລັດແຂວງ ເຂົ້າຮ່ວມ.

ໃນພິທີຄັ້ງນີ້້ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານວັນສໍາຄັນຂອງພັກ-ຂອງຊາດ ເປັນຕົ້ນ ເອກະສານວັນຄູແຫ່ງຊາດ ຄົບຮອບ 29 ປີ (07/10/1994-07/10/2023); ເອກະສານວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ (12/10/1945-12/10/2023); ເອກະສານວັນປະກາດເອກະລາດ ຄົບຮອບ 78 ປີ (12/10/1945-12/10/2023); ເອກະສານວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກຂອງ ສປປລາວ ຄົບ ຮອບ 36 ປີ ແລະ ຄົບຮອບ 20 ປີ (17/10/1987-17/10/2023 ແລະ 17-24/10/2003-17-24/10/2023); ເອກະສານວັນຊາດ ສປຈີນ ຄົບຮອບ 74 ປີ (01/10/1949-01/10/2023) ເຊິ່ງການປາຖະ ກະຖາຄັ້ງນີ້ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ, ປະຫວັດຄວາມເປັນມາໃນແຕ່ລະໄລຍະຂອງວັນດັ່ງກ່າວ ອັນໄດ້ເຮັດໃຫ້ສະມາຊິກພັກ-ພະນັກງານ ທົ່ວຄະນະກວດກາພັກ-ອົງການກວດກາລັດ ແຂວງເຊກອງ ໄດ້ຮັບຮູ້, ເຂົ້າໃຈ ເລິກເຊິ່ງຂຶ້ນຕື່ມ, ສາມາດນໍາເອົາແບບຢ່າງ, ບົດຮຽນອັນດີ ເພື່ອເປັນບ່ອນອີງໃນການໃນການປະຕິ ບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດ ແລະ ທັນກັບຄວາມຮຽກຮ້ອງຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໃນຕອນທ້າຍຂອງພິທີ ທ່ານ ປອ ສົມນິດ ສິລິບຸນລ້ຽງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາໂດຍທ່ານໄດ້ເນັ້ນໃຫ້ສະມາຊິກພັກ-ພະນັກງານ ໃນທົ່ວຄະນະກວດກາແຂວງເຊກອງ ໃຫ້ເອົາໃຈໃສ່ໃນການຄົ້ນ ຄວ້າເຊື່ອມຊື່ມບັນດາເອກະສານທີ່ສຳຄັນເພື່ອກຳໄດ້ຄວາມໝາຍຄວາມສຳຄັນ, ຄວາມເປັນມາຂອງວັນປະຫວັດສາດຕ່າງໆ ແລະ ນຳເອົາບັນດາເນື້ອໃນທີ່ສຳຄັນມາໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນໃຫ້ມີຜົນສຳເລັດສູງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)