ກົມກວດກາພັກ ແລະ ກົມຕິດຕາມ ກວດກາ ການປະຕິບັດຜົນຂອງການກວດກາ ຈັດພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

27/10/2023

ກົມກວດກາພັກ ແລະ ກົມຕິດຕາມ ກວດກາ ການປະຕິບັດຜົນຂອງການກວດກາ  ຈັດພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ໃນລະຫວ່າງວັນທີ 26-27 ຕຸລາ 2023 ນີ້, ກົມກວດກາພັກ ແລະ ກົມຕິດຕາມ, ກວດກາ ການປະຕິບັດຜົນຂອງການກວດກາ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂອງກົມຕົນຂຶ້ນ ທີ່ສະໂມສອນໃຫຍ່ຄະນະກວດກາສູນກາງພັກ, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ຄູນແກ້ວ ສີອຸ່ນໄທ ຫົວໜ້າກົມກວດກາພັກ, ກຳມະການພັກ ຄະນະກວດກາສູນກາງພັກ ແລະ ທ່ານ ເດດຕະກອນ ພິລາພົມເດດ ຫົວໜ້າກົມຕິດຕາມ ກວດກາ ການປະຕິບັດຜົນຂອງການກວດກາ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຂອງທ່ານ ສີໃນ ມຽງລາວັນ ຮອງເລຂາຄະນະພັກ ແລະ ທ່ານ ວັນໄຊ ຊົງຊາຢູ ກໍາມະການປະຈໍາພັກ ຄະນະກວດກາສູນກາງພັກ, ຮອງປະທານ, ຜູ້ຊີ້ນໍາກົມ, ມີບັນດາທ່ານຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ, ພະນັກງານ-ລັດຖະກອນພາຍໃນກົມດັ່ງກ່າວເຂົ້າຮ່ວມ.

ຈຸດປະສົງຂອງການຈັດພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແມ່ນເພື່ອປະຕິບັດຕາມ ແຈ້ງການແນະນໍາ ຂອງປະທານຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະບັບເລກທີ 03/ຄຊຂຍ.ຄກສພ ລົງວັນທີ 03 ມິຖຸນາ 2023 ແລະ ເພື່ອຈັບມືກັນປະຕິບັດວຽກງານວິຊາສະເພາະຕາມເນື້ອໃນຂໍ້ແຂ່ງຂັນ 03 ໜ້າທີ່, 12 ຂໍ້ປະຕິບັດ ແລະ ຕາມ 03 ແຜນງານຂອງກົມ ແລະ ທັງເປັນການປຸກລະດົມກຳລັງແຮງຂອງພະນັກງານ-ລັດຖະກອນພາຍໃນກົມຂອງຕົນ ໃຫ້ເຊີດຊູນ້ຳໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ, ເສີມຂະຫຍາຍຄວາມດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ, ປະດິດສ້າງ ແລະ ແຂ່ງຂັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສູ້ຊົນປະຕິບັດ ບັນດາຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຕົນ, ແຜນການພັດທະນາວຽກງານກວດກາ ໄລຍະ 5 ປີ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃຫ້ປະກົດຜົນເປັນຈິງ ເພື່ອເປັນບ່ອນອີງໃນການຄັດເລືອກຜົນງານບຸກຄົນ ແລະ ກົມກອງປະຈຳປີ, 5 ປີ ເພື່ອນຳສະເໜີຂັ້ນເທິງພິຈາລະນາຍ້ອງຍໍຊົມເຊີຍ. ໃນພິທີໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາເນື້ອໃນແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ແຜນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2026 ຂອງກົມຕົນ. ພ້ອມດຽວກັນນີ້ ໃນພິທີດັ່ງກ່າວ, ຄະນະກົມ, ຄະນະພະແນກ ຂອງກົມດັ່ງກ່າວ ໄດ້ຂຶ້ນຈັບມື ແລະ ລົງທະບຽນການແຂ່ງຂັນກັນພາຍໃນກົມຂອງຕົນອີກດ້ວຍ.

ໂອກາດດຽວກັນນີ້້, ຜູ້ຊີ້ນໍາກົມ ດັ່ງກ່າວ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີ ເພື່ອໃຫ້ການເປີດພິທີໃນຄັ້ງນີ້ມີຄວາມໜັກແໜ້ນຂຶ້ນຕື່ມ ໄດ້ມີຄໍາເຫັນເນັ້ນໜັກບາງຈຸດວ່າ: ຕ້ອງເຂົ້າໃຈບັນຫາຄວາມສໍາຄັນຂອງການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ເພື່ອພ້ອມກັນເຊື່ອມຊຶມ, ກໍາ ແໜ້ນບັນດາຈຸດປະສົງ, ລະດັບຄາດໝາຍ ແລະ ບັນດາເນື້ອໃນແຜນການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງຕົນ, ເປັນບ່ອນອີງໃນການດໍາເນີນຊີວິດການເມືອງພາຍໃນພັກ, ພາຍໃນກົມ, ອົງການຈັດຕັ້ງມະຫາຊົນ. ພ້ອມນີ້ ຕ້ອງໄດ້ມີການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນການຂໍ້ແຂ່ງຂັນເປັນແຕ່ລະເດືອນ, ແຕ່ລະໄຕມາດ, 6 ເດືອນ ແລະ 1 ປີ ເພື່ອຄັດເລືອກໃຫ້ໄດ້ບຸກຄົນທີ່ມີຜົນງານດີເດັ່ນແທ້ ແລະ ປະເມີນຄືນບັນດາດ້ານດີ-ດ້ານຄົງຄ້າງ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)