31/10/2023
ວັນທີ 25 ຕຸລາ 2023 ນີ້, ເມືອງປາກທາ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ ເຊື່ອມຊຶມ ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ມະຕິຂອງກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ບໍ່ແກ້ວ ປະຈໍາ 9 ເດືອນ ແລະ ລະບຽບກ່ຽວກັບການເຄື່ອນໄຫວດໍາເນີນການກວດກາຂອງຄະນະກວດກາ ແລະ ຄະນະກວດກາສະເພາະກິດ ຂຶ້ນ ທີ່ສະໂມສອນເມືອງ ໂດຍການເປັນປະທານຂອງທ່ານ ສຸໄລ ດວງຜາຄໍາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆປາກທາ, ມີຄະນະປະຈໍາພັກ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ, ສອງກອງບັນຊາການ ປກຊ-ປກສ, ໂຮງຮຽນ ມສ ປາກທາ, ຫົວໜ້າສູນໄຟຟ້າ, ນໍ້າປະປາ ແລະ ທະນາຄານນະໂຍບາຍ ປະຈໍາເມືອງເຂົ້າຮ່ວມຮັບຟັງ.
ໃນພິທີ ທ່ານ ສຸໄລ ດວງຜາຄໍາ ໄດ້ເຜີຍແຜ່ ເນື້ອໃນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຊິ່ງເປັນແບບຄໍາຖາມ-ຄໍາຕອບ ປະກອບດ້ວຍ 18 ຄໍາຖາມ ແລະ 18 ເນື້ອໃນຄໍາຕອບຢ່າງລະອຽດຈະແຈ້ງ, ພ້ອມທັງ ຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍ່ແກ້ວ ປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023, ກອງປະຊຸມຍັງໄດ້ພ້ອມກັນຕີລາຄືນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 9 ເດືອນຜ່ານມາ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ, ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລາຍງານການກະກຽມເປີດປີທ່ອງທ່ຽວລາວ2024, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂບັນຫາຢາເສບຕິດ ພ້ອມທັງກໍານົດວຽກງານຈຸດສຸມຈໍານວນໜຶ່ງ ໃນ 3 ເດືອນທ້າຍປີ 2023. ໂອກາດນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລືວິທີແກ້ໄຂບັນຫາທີ່ຄົງຄ້າງ ຈໍານວນໜຶ່ງ ເພື່ອສາມາດປະຕິບັດວຽກງານມີຜົນສໍາເລັດ ຕາມແຜນທີ່ກໍານົດໄວ້ດ້ວຍປະສິດທິຜົນສູງ.