ໜ່ວຍພັກຄະນະກວດກາພັກເມືອງປາກທາ ຈັດກອງປະຊຸມປະເມີນພະນັກງານ-ສະມາຊິກພັກ, ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023

25/10/2023

ໜ່ວຍພັກຄະນະກວດກາພັກເມືອງປາກທາ ຈັດກອງປະຊຸມປະເມີນພະນັກງານ-ສະມາຊິກພັກ, ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023

ໃນວັນທີ 19 ຕຸລາ 2023, ໜ່ວຍພັກຄະນະກວດກາພັກເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນພະນັກງານ-ສະມາຊິກພັກ, ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ຊາຍທອງ ອິນທະປັນຍາ ຮັກສາການປະທານຄະນະກວດກາພັກ-ອົງການລັດເມືອງ, ມີສະມາຊິກພັກ-ພະນັກງານ ພາຍໃນຄະນະກວດກາພັກ-ອົງການກວດກາລັດເມືອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ສະຫາຍ ຊາຍທອງ ອິນທະປັນຍາ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມບາງເນື້ອໃນ ຂໍ້ກໍານົດເລກທີ 03/ກມສພ ວ່າດ້ວຍຄວາມຮັບຜິດຊອບຂອງພະນັກງານງານນໍາພາ-ຄຸ້ມຄອງ ຕໍ່ການປະຕິບັດໜ້າທີ່ການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ, ໜ່ວຍພັກ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການ 2024; ຈາກນັ້ນ, ສະຫາຍ ບຸນມາ ແສງອຸ່ນແກ້ວ ຮອງປະທານຄະນະກວດກາພັກ-ອົງການກວດກາລັດເມືອງ ໄດ້ຜ່ານດໍາລັດເລກທີ 300/ລບ ວ່າດ້ວຍການປະເມີນຜົນການຈັດຕັ້ງປະຕິບັດວຽກງານລັດຖະກອນ, ຜ່ານບົດສະຫຼຸບວຽກງານຂອງກວດກາປະຈໍາປີ 2023 ແລະ ທິດທາງແຜນການ 2024, ເຊິ່ງເນື້ອໃນບົດສະຫຼຸບໄດ້ຍົກໃຫ້ເຫັນວ່າ: ຄະນະກວດກາພັກ-ລັດເມືອງມີສະມາຊິກພັກ 7 ສະຫາຍ, ຍິງ 1 ສະຫາຍ (ໃນນີ້ໄປຍົກລະດັບທິດສະດີຂັ້ນສູງ 1 ສະຫາຍ ). ເຊິ່ງໃນໄລຍະ 1 ປີ ຜ່ານມາ ວຽກງານກວດກາພັກ ແມ່ນໄດ້ສຸມໃສ່ເຄື່ອນໄຫວຈັດຕັ້ງປະຕິບັດ ຕິດຕາມ, ກວດກາ ການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV, ວຽກງານກວດກາປະຈໍາປີ 2022 ທົ່ວແຂວງບໍ່ແກ້ວ, ມະຕິກອງປະຊຸມໃຫຍ່ຄັ້ງ VI ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດສັງຄົມຂອງເມືອງ ແລະ 2 ວາລະແຫ່ງຊາດ; ພ້ອມນັ້ນຍັງໄດ້ຈັດຝຶກອົບຮົມວຽກງານກວດກາພັກ-ວຽກງານກວດກາລັດ ໃຫ້ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ນາຍບ້ານ, ພະນັກງານກໍ່ສ້າງຮາກຖານການເມືອງ, ປກສ ກຸ່ມບ້ານ, ຜູ້ຮັບຜິດຊອບ 5 ໜ່ວຍງານຂອງບ້ານ ຢູ່ 3 ກຸ່ມບ້ານ ມີຜູ້ເຂົ້າຮ່ວມທັງໝົດ 87 ສະຫາຍ, ຍິງ 1 ສະຫາຍ; ໄດ້ປາຖະກະຖາລະນຶກວັນສ້າງຕັ້ງ ອົງການກວດກາພັກ-ລັດຄົບຮອບ 41 ປີ ມີສະມາຊິກພັກ-ລັດຖະກອນພາຍໃນເມືອງ ເຂົ້າຮ່ວມທັງໝົດ 120 ສະຫາຍ, ຍິງ 52 ສະຫາຍ, ນອກນັ້ນ ຄະນະກວດກາພັກເມືອງ ໄດ້ຕິດຕາມ, ກວດກາ, ຊຸກຍູ້ບັນດາໜ່ວຍພັກທີ່ມີຫາງສຽງ ແລະ ການປັບປຸງໜ່ວຍພັກດຽວນຳພາຫຼາຍບ້ານ, ໜ່ວຍພັກດຽວນໍາພາຫຼາຍຫ້ອງການ ລວມທັງໝົດໄດ້ 17 ໜ່ວຍພັກ, ຜ່ານການຕິດຕາມ, ກວດກາ ພົບເຫັນມີສະມາຊິກພັກ-ພະນັກງານ ທີ່ລະເມີດຕໍ່ກົດໝາຍຂອງພະນັກງານລັດຖະກອນ 5 ສະ ຫາຍ, ຍິງ 1 ສະຫາຍ ແລະ ລະເມີດຕໍ່ກົດລະບຽບຂອງພັກ 4 ສະຫາຍ, ຍິງ 1 ສະຫາຍ. ເຊິ່ງຜູ້ກະທໍາຜິດດັ່ງກ່າວພາກສ່ວນກ່ຽວຂ້ອງແມ່ນໄດ້ກວດກາຢ່າງລະອຽດຕາມຂັ້ນຕອນ ແລະ ລາຍງານຂັ້ນເທິງຜູ້ມີສິດອໍານາດ ຄົ້ນຄ້ວາແກ້ໄຂລົງວິໄນຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ. ຈາກນັ້ນ, ສະຫາຍ ຊາຍທອງ ອິນທະປັນຍາ ຍັງໄດ້ມີຄໍາເຫັນຊີ້ນໍາ, ເນັ້ນໜັກໃນການຜ່ານໃບສໍາຫຼວດ ຕີລາຄາຈັດແບ່ງປະເພດສະມາຊິກພັກ ແລະ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານລັດຖະກອນ ຜ່ານການຕີລາສາມາດຈັດແບ່ງປະເພດສະມາຊິກພັກແຂງມີ 6 ສະຫາຍ, ຍິງ 1 ສະຫາຍ ແລະ ສາມາດຂັດເລືອກພະນັກງານປະເພດດີເດັ່ນ ມີ 6 ສະຫາຍ, ຍິງ 1 ສະຫາຍ ແລະ ໄດ້ເນັ້ນໃຫ້ບັນດາສະຫາຍສະມາຊິກພັກ-ພະນັກງານທຸກຂັ້ນ ໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ຜັນຂະຫຍາຍນິຕິກຳກ່ຽວກັບວຽກງານກວດກາພັກ-ລັດໃຫ້ເລິກເຊິ່ງ ແລະ ກວ້າງຂວ້າງ, ສະກັດກັ້ນການສໍ້ລາດບັງຫຼວງຢູ່ຂັ້ນເມືອງລົງຮອດຮາກຖານ ພ້ອມທັງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ.
ໃນໂອກາດດຽວກັນນີ້ ຍັງໄດ້ທາບທາມແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງ ປະຈໍາປີ 2023 ຕາມມະຕິເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງອີກດ້ວຍ. ກອງປະຊຸມດັ່ງ ກ່າວໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ໄດ້ສໍາເລັດລົງຕາມຕາມຄາດໝາຍ.
ລາຍງານຂ່າວ-ພາບໂດຍ: ສົມພົງ ສີລິພອນ ນັກຂ່າວອົງການກວດກາລັດ ເມືອງປາກທາ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)