ພິທີເປີດຝຶກອົບຮົມຄູຝຶກໄລຍະສັ້ນ ໃຫ້ພະນັກງານ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

20/10/2023

ພິທີເປີດຝຶກອົບຮົມຄູຝຶກໄລຍະສັ້ນ ໃຫ້ພະນັກງານ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ໃນຕອນເຊົ້າຂອງວັນທີ 18 ຕຸລາ 2023 ທີ່ສະໂມສອນຄະນະກວດກາສູນກາງພັກ ໄດ້ຈັດພິທີເປີດຝຶກອົບຮົມຄູຝຶກໄລຍະສັ້ນ ໃຫ້ພະນັກງານຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ໂດຍການເປັນປະທານຂອງທ່ານ ວັນຄໍາ ໄຊວົງສັກ ກໍາມະການພັກ ຄະນະກວດກາສູນກາງພັກ, ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ມີບັນດາຄູ-ອາຈານ, ຜູ້ຕາງໜ້າຈາກຫ້ອງການ-ບັນດາກົມ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ພະນັກງານທີ່ຈະສ້າງເປັນ ຄູ-ອາຈານ ສືບທອດເຂົ້າຮ່ວມ.

ເພື່ອເປັນການປະຕິບັດຕາມແຜນການ ແລະ ການຊີ້ນໍາ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃນການສ້າງຄູ-ອາຈານສອນ ກ່ຽວກັບວຽກງານກວດກາ ສືບທອດໃນຕໍ່ໜ້າ, ເຊິ່ງໃນພິທີຄັ້ງນີ້້, ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 317/ຄກສພ, ລົງວັນທີ 05 ຕຸລາ 2023 ວ່າດ້ວຍການເປີດຝຶກອົບຮົມວຽກງານຄູຝຶກ ໃຫ້ແກ່ພະນັກງານທີ່ຈະສ້າງເປັນຄູ-ອາຈານ ສືບທອດຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ; ຂໍ້ຕົກລົງ ສະບັບເລກທີ 335/ຄກສພ, ລົງວັນທີ 17 ຕຸລາ 2023 ວ່າດ້ວຍການອະນຸມັດໃຫ້ພະນັກງານເຂົ້າຮ່ວມຝຶກອົບຮົມຄູຝຶກ ຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃນລະຫວ່າງວັນທີ 18-20 ຕຸລາ 2023 ຈໍານວນ 29 ທ່ານ, ຍິງ 3 ທ່ານ. ໃນໂອກາດກ່າວເປີດພິທີ ທ່ານ ວັນຄໍາ ໄຊວົງສັກ ໃຫ້ຮູ້ວ່າ: ການເປິດຝຶກອົບຮົມຄັ້ງນີ້ ແມ່ນເປັນຄັ້ງທໍາອິດສໍາລັບຢູ່ຄະນະກວດກາສູນກາງພັກ ເຊິ່ງມີຄວາມສຳຄັນຫຼາຍ, ເປັນການທົດສອບຄວາມຮັບຮູ້, ຄວາມເຂົ້າໃຈ, ຄວາມສາມາດ ແລະ ຄວາມມັກຮັກ ເພື່ອກ້າວເຂົ້າເປັນຄູ-ອາຈານສືບທອດ ທີ່ຂຶ້ນສອນວຽກງານກວດກາພັກ-ລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນຕໍ່ໜ້າ ແລະ ຍາວນານ. ບັນດາທ່ານທີ່ເຂົ້າຮ່ວມລ້ວນແຕ່ແມ່ນພະນັກງານຫຼັກແຫຼ່ງ ທີຜ່ານປະສົບການໃນວຽກງານຕົວຈິງມາຫຼາຍປີ, ມີມາດຕະຖານ, ເງື່ອນໄຂສ້າງເປັນຄູ-ອາຈານ ສືບທອດຢູ່ໃນອົງການຂອງພວກເຮົາ ເຊິ່ງເນື້ອໃນຝຶກອົບຮົມໃນຄັ້ງນີ້ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບການເປັນຄູຝຶກ, ການນຳໃຊ້ເຕັກນິກ ແລະ ວິທີສົ່ງຄວາມຮູ້ໃຫ້ນັກຮຽນ ຫຼື ນັກຝຶກອົບຮົມ, ການກະກຽມບົດສອນ, ອຸປະກອນ, ສື່ການສອນຕ່າງໆ, ການກຽມຄວາມພ້ອມຂອງຄູກ່ອນຂຶ້ນຫ້ອງສອນ, ກິລິຍາມາລະຍາດໃນການຂຶ້ນຫ້ອງສອນ ແລະ ສະພາບແວດລ້ອມການສອນຕົວຈິງ. 

ສະນັ້ນ, ເພື່ອບັນລຸຈຸດປະສົງຄາດໝາຍ ຮຽກຮ້ອງມາຍັງບັນດາທ່ານທີ່ຈະເປັນຜູ້ສືບທອດທັງໝົດ ໃຫ້ກະກຽມຄວາມພ້ອມທຸກຢ່າງ ທັງດ້ານທິດສະດີ ແລະ ສົມທຽບກັບພຶດຕິກຳຕົວຈິງ ດ້ວຍທັດສະນະກ້າເບິ່ງ ແລະ ກ້າເວົ້າ ຕາມຄວາມເປັນຈິງ, ຍົກສູງຄວາມຮັບຜິດຊອບຂອງຕົນ, ຖອດຖອນບົດຮຽນ ແລະ ແລກປຽນບົດຮຽນນໍາຄູ-ອາຈານ ຜູ້ທີ່ເຄີຍສິດສອນຜ່ານມາ ແລະ ນັກຝຶກອົບຮົມດ້ວຍກັນ; ຜ່ານການຝຶກອົບຮົມໃນຄັ້ງນີ້ ເຊື່ອໝັ້ນວ່າຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈະໄດ້ຄູ-ອາຈານ ສືບທອດທີ່ເຕັມໄປດ້ວຍ ຜູ້ທີ່ເກັ່ງ, ມີຄວາມຮູ້, ຄວາມສາມາດໃນການຖ່າຍທອດຄວາມຮູ້ ເພີ່ມຂຶ້ນເປັນຈຳນວນຫຼາຍ ເພື່ອໄປຂຶ້ນຫ້ອງສິດສອນວຽກງານກວດກາ ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຕາມການເຊີນຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ແລະ ຕາມການມອບໝາຍຂອງຄະນະກວດກາສູນກາງພັກ ຢ່າງພຽງພໍ ແລະ ມີປະສິດທິຜົນສູງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)