12/10/2023

ໃນວັນທີ 12 ຕຸລາ 2023 ນີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມຮັບການລາຍງານ ສ່ອງແສງ ຈາກບັນດາກະຊວງ-ອົງການ ທີ່ຫ້ອງປະຊຸມຊັ້ນ1 ຂອງຄະນະກວດກາສູນກາງພັກ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ກະຊວງຍຸຕິທໍາ, ກະຊວງພະລັງງານ ແລະ ບໍ່ແຮ່, ອົງການກວດສອບແຫ່ງລັດ, ພາຍໃຕ້ການເປັນປະທານກອງປະຊຸມຂອງທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ໄຊຄໍາ ອຸ່ນມີໄຊ ກໍາມະການຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ,ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູກາງ, ທັງເປັນສະມາຊິກສະພາແຫ່ງຊາດ, ບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມກວດກາຂອງ 3 ພາກສ່ວນ, ຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງພາຍໃນຄະນະກວກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້້ ແມ່ນປະຕິບັດຕາມແຜນການເຄື່ອນໄຫວວຽກງານກວດກາ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເພື່ອໃຫ້ບັນດາກະຊວງ-ອົງການ ເຂົ້າມາລາຍງານ, ສ່ອງແສງສະພາບການເຄື່ອນໄຫວວຽກງານກວດກາ ໃນຊ່ວງໄລຍະໄຕມາດ 3 ຂອງປີ 2023 ກ່ຽວກັບສະພາບການອັນພົ້ນເດັ່ນ ໃນການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ການຄົ້ນຄວ້າແກ້ໄຂຄໍາຮ້ອງ ແລະ ຄໍາສະເໜີ, ການຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາ ເລກທີ 169/ຄລສພ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ ໃນໄລຍະເດືອນ 7-9/2023; ເຊິ່ງບັນດາກະຊວງ-ອົງການໄດ້ລາຍງານການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ,ກວດກາລັດ, ວຽກງານສະກັດກັ້ນຕ້ານການສໍ້ລາດບັງຫຼວງ ໃນຂັ້ນຂອງຕົນ, ການດໍາເນີນຊີວິດການເມືອງກາງສະ ໄໝຂອງຄະນະພັກແຕ່ລະຂັ້ນ ແລະ ຍົກໃຫ້ເຫັນດ້ານດີຜົນສໍາເລັດ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດພາໃຫ້ມີດ້ານດີ-ດ້ານອ່ອນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ວິທີແກ້ໄຂໃນຕໍ່ໜ້າ ແລະ ຂໍ້ສະເໜີຕ່າງໆຕໍ່ກອງປະຊຸມ.
ຕອນທ້າຍກອງປະຊຸມ ທ່ານ ວິໄລວັນ ບຸດດາຄໍາ ຍັງໄດ້ ມີຄຳເຫັນແນະນໍາໃຫ້ບັນດາກະຊວງ-ອົງການ ສືບຕໍ່ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງຂອດຄົງຄ້າງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ, ໂດຍສະເພາະ ບັນດາໜ້າວຽກທີ່ຍັງຄົງຄ້າງ ແລະ ຄາດໝາຍສູ້ຊົນທີ່ກະຊວງ-ອົງການຂອງຕົນວາງອອກ ໃຫ້ມີຜົນສໍາເລັດຕາມແຜນທີ່ໄດ້ກໍານົດໄວ້ດ້ວຍປະສິດທິຜົນສູງ.