06/10/2023

ໃນຕອນເຊົ້າຂອງວັນທີ 6 ຕຸລາ 2023 ກົມພົວພັນຕ່າງປະເທດ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ເປີດພິທີຂະບວນການແຂ່ງຂັນຍ້ອງຍໍ-ຮັກຊາດ ແລະ ພັດທະນາຂຶ້ນ ຢູ່ທີ່ສະໂມສອນ ຄະນະກວດກາສູນກາງພັກ. ໂດຍການເປັນປະທານກອງປະຊຸມຂອງ ທ່ານ ວິໄລວັນ ບຸດດາຄຳ ກໍາມະການສໍາຮອງສູນກາງພັກ, ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ ແລະ ພະນັກງານ-ລັດຖະກອນພາຍໃນກົມພົວພັນຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ເພື່ອປະຕິບັດຕາມ ແຈ້ງການແນະນໍາ ຂອງປະທານຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະບັບເລກທີ 03/ຄຊຂຍ.ຄກສພ ລົງວັນທີ 03 ມິຖຸນາ 2023, ໃນການຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດ ປີ 2026 ໃຫ້ປະກົດຜົນເປັນຈິງ ແລະ ເພື່ອກະຕຸກຊຸກຍູ້ໃຫ້ສະມາຊິກພັກ-ພະນັກງານ ຂອງກົມພົວພັນຕ່າງປະເທດ ໃຫ້ມີສະຕິຕື່ນຕົວໃນການປະຕິບັດໜ້າທີ່ການເມືອງ, ມີຫົວຄິດປະດິດສ້າງ, ມີຄວາມສາມັກຄີເປັນເອກະພາບ, ບຸກບືນ, ຫ້າວຫັນ ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ຍົກສູງຄຸນສົມບັດສິນທຳປະຕິວັດ, ປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດ, ມີການພັດທະນາຕົນເອງ ເພື່ອປະກອບສ່ວນໃນການພັດທະນາການຈັດຕັ້ງ. ໂດຍຮັບປະກັນ 4 ຄາດໝາຍ ທີ່ຄະນະກວດກາສູນກາງພັກ ໄດ້ວາງອອກຄື: “ ເຮັດໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ຖືກຕ້ອງຕາມກົດໝາຍ ’’ ພ້ອມທັງຮັບປະກັນໃຫ້ໄດ້ຕາມເນື້ອໃນຂໍ້ແຂ່ງຂັນ “3 ໜ້າທີ່ 12 ຂໍ້ປະຕິບັດ” ຄື: ການປະຕິບັດໜ້າທີ່ການເມືອງ, ການພັດທະນາຕົນເອງແລະ ການພັດທະນາປັບປຸງການຈັດຕັ້ງ; ຫັນເອົາການແຂ່ງຂັນຕິດພັນກັບໜ້າທີ່ການເມືອງ, ພາລະບົດບາດ ແລະ ການມອບໝາຍຂອງການຈັດຕັ້ງ, ເຮັດໃຫ້ການແຂ່ງຂັນເປັນພື້ນຖານອັນສຳຄັນ ແລະ ໜັກແໜ້ນ, ເປັນການປຸກລະດົມສົ່ງເສີມຊຸກຍູ້ບຸກຄົນທີ່ຫ້າວຫັນດີເດັ່ນ, ເຮັດສຳເລັດໜ້າທີ່ວຽກງານຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນຊອກໃຫ້ເຫັນພະນັກງານ-ລັດຖະກອນ ຜູ້ທີ່ເຮັດແທ້ທຳຈິງ. ເພື່ອເປັນບ່ອນອີງໃນການປະເມີນ, ຍ້ອງຍໍຂັ້ນຕ່າງໆ, ທັງເປັນການສ້າງພະນັກງານໃນຕໍ່ໜ້າ.
ໃນຕອນທ້າຍ ທ່ານ ວິໄລວັນ ບຸດດາຄຳ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ໂອ້ລົມຕໍ່ພິທີ ເພື່ອໃຫ້ການເປີດພິທີໃນຄັ້ງນີ້ມີຄວາມໜັກແໜ້ນຂຶ້ນຕື່ມ ໂດຍໄດ້ເນັ້ນບາງຈຸດຄື: ສືບຕໍ່ເປັນເຈົ້າການຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງ, ປະຕີບັດໜ້າທີ່ການເມືອງ-ແນວຄິດ, ໂດຍສະເພາະດ້ານພາສາຕ່າງປະເທດ ແລະ ການຮ່ວມມືນຳບັນດາປະເທດເພື່ອນມິດຍຸດທະສາດ; ນຳເອົາເນື້ອໃນຈິດໃຈໃນຄັ້ງນີ້ເພື່ອເປັນບ່ອນອີງໃນການແຂ່ງຂັນໃຫ້ປະກົດຜົນສຳເລັດ, ພ້ອມທັງໃຫ້ມີການຕິດຕາມ, ກວດກາ, ສ່ອງແສງລາຍງານ, ສະຫຼຸບ-ຕີລາຄາ, ປະເມີນຜົນຢ່າງລະອຽດ ໃນແຕ່ລະໄລຍະ ໃຫ້ເປັນປົກກະຕິຕໍ່ເນື່ອງ.