ທ່ານ ປອ ຄໍາພັນ ພົມມະທັດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທີ່ເຮັດວຽກງານກວດກາ ພາຍໃນແຂວງຫົວພັນ.

05/10/2023

ທ່ານ ປອ ຄໍາພັນ ພົມມະທັດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທີ່ເຮັດວຽກງານກວດກາ  ພາຍໃນແຂວງຫົວພັນ.

ໃນຕອນເຊົ້າວັນທີ 5 ຕຸລາ 2023 ນີ້້ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຫົວພັນ ທ່ານ ປອ ຄໍາພັນ ພົມມະທັດກໍາມະການກົມການເມືອງສູນກາງພັກເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ  ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງທີ່ເຮັດວຽກງານກວດກາ ພາຍໃນແຂວງຫົວພັນ ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ຮິນທອງ ດວງຈັນສຸກ ຄະນະປະຈໍາພັກແຂວງປະທານຄະນະກວດກາພັກ-ອົງການກວດກາລັດແຂວງຫົວພັນມີບັນດາທ່ານຮອງປະທານພະນັກງານຂອງຄະນະກວດກາແຂວງຜູ້ເຮັກວຽກງານກວດກາບັນດາພະແນກການອ້ອມຂ້າງແຂວງຄະນະກວດກາເມືອງ ເຂົ້າຮ່ວມ ທັງໝົດ 64 ທ່ານຍິງ 17 ທ່ານ.

ໃນການພົບປະຄັ້ງນີ້ທ່ານ ຮິນທອງ ດວງຈັນສຸກ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານກວດກາໃນໄລຍະເຄິ່ງສະໄໝທີ່ຜ່ານມາວ່າທົ່ວແຂວງຫົວພັນມີໜ່ວຍພັກທັງໝົດ 1.149 ໜ່ວຍພັກທຽບໃສ່ປີ 2021 ເພີ່ມຂຶ້ນ 1 ໜ່ວຍພັກໄດ້ຕີລາຄາຈັດແບ່ງປະເພດເປັນໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນມີ 845 ໜ່ວຍພັກກາງ 5 ໜ່ວຍພັກບໍ່ໄດ້ປະເມີນມີ 299 ໜ່ວຍພັກມີສະມາຊິກພັກທັງໝົດ20.667 ສະຫາຍຍິງ4.977 ສະຫາຍທຽບໃສ່ປີ 2021 ເພີ່ມຂື້ນ906 ສະຫາຍຍິງ 681ສະຫາຍສະມາຊິກພັກໄດ້ປະເມີນກາງສະໄໝ 15.828 ສະຫາຍຍິງ 3.972 ສະຫາຍມີສະມາຊິກພັກແຂງ ຈໍານວນ 15.204 ສະຫາຍຍິງ 3.759 ສະຫາຍສະມາຊິກພັກກາງມີ 624 ສະຫາຍບໍ່ໄດ້ປະເມີນ 4.839 ສະຫາຍມີສະມາຊິກພັກຖືກປະຕິບັດວິໄນທັງໝົດ 55 ສະຫາຍຍິງ 13 ສະຫາຍ,ໃນນີ້ຕິຕຽນ 19 ສະຫາຍຍິງ 08 ສະຫາຍກ່າວເຕື່ອນ 05 ສະຫາຍ,ຍິງ 02 ສະຫາຍໂຈະການຮ່ວມຊິວິດພັກ 13 ສະຫາຍຍິງ 03 ສະຫາຍປົດຕໍາແໜ່ງ 02 ສະຫາຍໄລ່ອອກຈາກພັກ 16 ສະຫາຍ ເຫດຜົນຂອງການປະຕິບັດວິໄນແມ່ນຍ້ອນຂາດສະຕິຕໍ່ການຈັດຕັ້ງລະເມີດກົດລະບຽບພັກກົດໝາຍຂອງລັດມົ້ວສຸມຢາເສບຕິດ ແລະ ອື່ນໆໄດ້ກວດກາໂຄງການລົງທືນ ຂອງລັດເລີ່ມແຕ່ຫົວທີ ຈຳນວນ 3 ໂຄງການ ລວມມູນຄ່າ 207,57 ຕື້ກ່ວາກີບ ປະຈຸບັນແມ່ນກວດກາສຳເລັດແລ້ວ 100%; ກວດກາໂຄງການມູນຄ່າຕໍ່າກ່ວາ 10 ຕື້ກີບ ແລະສູງກວ່າ 10 ຕື້ກີບ ໄດ້ທັງໝົດ 162 ໂຄງການ ລວມມູນຄ່າສະພາຮັບຮອງ 5.311,54 ຕື້ກີບມູນຄ່າໂຄງການທີ່ບໍ່ຖືກຕ້ອງ ຕ້ອງໄດ້ຫັກລົບອອກຈາກມູນຄ່າໂຄງການຈຳນວນ 147,32 ຕື້ກີບ ແລະ ມູນຄ່າບໍລິສັດຄ້າງມອບພັນທະໃຫ້ລັດຈຳນວນ 107,70 ຕື້ກີບ ແລະ538.505,83 ໂດລາສະຫາລັດການກວດກາໂຄງການຕາມມະຕິສະພາແຫ່ງຊາດ ສາມາດປະຍັດໃນການຫຼຸດເພດານໜີ້ສີນງົບປະມານຂອງລັດຖະບານໄດ້ທັງໝົດຈຳນວນ 255,02 ຕື້ກີບ ແລະ 538.505,83 ໂດລາສະຫາລັດການດຳເນີນການແກ້ໄຂຜົນການກວດກາແມ່ນຫັກລົບມູນຄ່າທີ່ບໍ່ຖືກຕ້ອງອອກຈາກສາລະບານງົບປະມານແຫ່ງລັດແລ້ວ ຈໍານວນ 49ໂຄງການເປັນມູນຄ່າ 106,79 ຕື້ກີບໄດ້ດໍາເນີນການກວດກາຕາມຂໍ້ຕົກລົງທັງໝົດມີ 5 ເປົ້າໝາຍຄືຫ້ອງວ່າການແຂວງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງລັດວິສາຫະກິດຫົວພັນການຄ້າພະແນກອຸດສາຫະກຳ-ການຄ້າແຂວງແລະ ການຄ້າເມືອງ ເຊິ່ງກວດກາພົບເຫັນທັງໝົດ 11,255,327,200 ກີບເກັບກູ້ຄືນໄດ້ແລ້ວ 2,036,265,575 ກີບແຂວງອອກຂໍ້ຕົກລົງລົບລ້າງ3,224,559,000 ກີບຍັງເກັບກູ້ບໍ່ທັນໄດ້ 2,067,971,470 ກີບ ຕິດພັນກັບພະນັກງານລັດທັງໝົດ 43 ຄົນປະຈຸບັນໄດ້ປະຕິບັດວິໄນຕໍ່ບຸກຄົນທີ່ລະເມີດໝົດແລ້ວໄດ້ຮັບຄໍາຮ້ອງ-ຄໍາສະເໜີ ທັງໝົດ 20 ສະບັບໃນນີ້ ມີບັດສົນເທ 2 ສະບັບ ເນື້ອໃນຄໍາຮ້ອງ-ຄໍາສະເໜີສ່ວນໃຫຍ່ແມ່ນຂໍ້ຂັດແຍ່ງທາງດ້ານທີ່ດິນ ແລະ ຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ ມາຮອດປັດຈຸບັນໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂສໍາເລັດແລ້ວ.

ໂອກາດດຽວກັນນີ້ທ່ານ ປອ ຄໍາພັນ ພົມມະທັດ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະນໍາຄະນະກວດກາແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຕິດຕາມກວດກາມີຜົນສໍາເລັດຫຼາຍດ້ານໃນໄລຍະຜ່ານມາພ້ອມທັງຍົກໃຫ້ເຫັນສະພາບການຜັນແປຂອງສັງຄົມໃນປັດຈຸບັນ ທີ່ຕ້ອງໄດ້ມີການເລັ່ງທວງໃຫ້ເພິ່ມທະວີບົດບາດໃນວຽກງານຕິດຕາມກວດກາ ໃຫ້ຫັນໄປສູ່ດ້ານຄຸນນະພາບ ໂດຍສະເພາະຕ້ອງເອົາໃຈໃສ່ຂັດເລືອກຍົກລະດັບບໍາລຸງກໍ່ສ້າງພະນັກງານສືບທອດປ່ຽນແທນໃຫ້ທັນກັບໜ້າທີ່ການເມືອງໃນໄລຍະໃໝ່ການປະເມີນຊັບຊ້ອນຈັດວາງພະນັກງານຕ້ອງມີຄວາມໂປ່ງໃສ່ການປະເມີນໜ່ວຍພັກປອດໃສເຂັ້ມແຂງ ແລະໜັກແໜ້ນ ຕ້ອງອີງໃສ່ຄຸນນະພາບເປັນຫຼັກ ຫຼີກເວັ້ນການປະເມີນແບບສະເລ່ຍຖືເອົາວຽກງານຕິດຕາມກວດກາ ເປັນປັດໄຈໜຶ່ງທີ່ສໍາຄັນໃນການຟື້ນຟູຄວາມເຊື່ອໝັ້ນຄວາມສັດທາຂອງສັງຄົມ ຕໍ່ການຈັດຕັ້ງສະມາຊິກພັກພະນັກງານ-ລັດຖະກອນ ກໍຄືລະບອບການເມືອງຂອງພວກເຮົາສືບຕໍ່ເຊື່ອມຊຶມຜັນຂະຫຍາຍເນື້ອໃນຈິດໃຈໃນຄໍາສັ່ງແນະນໍາເລກທີ169/ຄລສພລົງວັນທີ 15 ສິງຫາ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດກວດກາຄືນບັນດາໂຄງການເກົ່າທີ່ມີມູນຄ່າ 10 ຕື້ຂຶ້ນ ແລະ 10 ຕື້ລົງ ເພື່ອສະຫຼຸບຂາດໂຕໃນທົ່ວແຂວງເລັ່ງສຸ່ມໃສ່ວຽກງານຕິດຕາມກວດກາປົກກະຕິແຕ່ຫົວທີ ເພື່ອບໍ່ໃຫ້ມີການກະທໍາຜິດໃນການປະຕິບັດສັນຍາກວດກາຕາມມະຕິຂອງສະພາປະຊາຊົນແຂວງກວດກາຕາມຄໍາຮ້ອງ-ຄໍາສະເໜີ ແລະ ການຄົ້ນຄວ້າວິໄນຕໍ່ພະນັກງານໃຫ້ຖືກຕ້ອງໂປ່ງໃສ່ຍຸດຕິທໍາການດໍາເນີນການກວດກາຕ້ອງມີຂໍ້ມູນລະອຽດ ແລະ ໃຊ້ຂໍ້ມູນຢ່າງຕໍ່ເນື່ອງກັນເພື່ອບໍ່ໃຫ້ເກີດການຊັກຊ້າແກ່ຍາວໃນເວລາກວດກາ.

 

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)