05/10/2023
ໃນຕອນບ່າຍວັນ 5 ຕຸລາ 2023 ນີ້, ທີ່ສະໂມສອນຫ້ອງວ່າການປົກຄອງແຂວງຫົວພັນ ໄດ້ຈັດພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງໆຫົວພັນ ລະຫວ່າງ ທ່ານ ວັນໄຊ ແພງຊຸມມາ ເລຂາຄະນະບໍລິຫານງານພັກແຂວງ-ເຈົ້າແຂວງຫົວພັນ (ຜູ້ເກົ່າ) ແລະ ທ່ານປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ- ວ່າການເຈົ້າແຂວງຫົວພັນ (ຜູ້ໃໝ່) ຂຶ້້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຄໍາພັນ ພົມມະທັດກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຄະນະປະຈໍາພັກແຂວງ, ຄະນະປະຈໍາພັກເມືອງ, ພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ຫົວໜ້າກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫົວໜ້າພະແນກ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຜູ້ປະກອບການທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພິທີຄັ້ງນີ້, ທ່ານ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກສະບັບເລກທີ 09/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 20/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກແຂວງຫົວພັນ;
ຈາກນັ້ນ, ທ່ານ ວັນໄຊ ແພງຊຸມມາ ໄດ້ຂຶ້ນລາຍງານສະພາບການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງແຂວງ ໃນໄລຍະເຄິ່ງສະໄໝທີ່ຜ່ານມາ (2020-2023) ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ ແລະ ຍັງມີບາງດ້ານທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.
ພ້ອມນີ້, ພິທີຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຮ່ວມກັນລະຫວ່າງທ່ານ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ-ເຈົ້າແຂວງຫົວພັນ (ຜູ້ເກົ່າ) ແລະ ທ່ານ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ-ວ່າການເຈົ້າແຂວງຫົວພັນ (ຜູ້ໃໝ່).
ໂອກາດດຽວກັນນີ້ ທ່ານ ປອ ຄໍາພັນ ພົມມະທັດ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກບາງບັນຫາ ເປັນຕົ້ນ ໃຫ້ບັນດາສະຫາຍການນຳທຸກຂັ້ນຂອງແຂວງ ເປັນເອກະພາບນຳຂັ້ນເທິງ ຕໍ່ກັບການສັບປ່ຽນພະນັກງານການນຳຂັ້ນສູງຂອງແຂວງ ບົນພື້ນຖານຕ້ອງນຳພາແນວຄິດ ຂອງພະນັກງານ-ສະມາຊິກພັກ, ປະຊາຊົນບັນດາເຜົ່າໃນທົ່ວແຂວງໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການສັບປ່ຽນພະນັກງານການນຳຂອງແຂວງໃນເທື່ອນີ້; ສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍໃນພັກ, ຄະນະປະຈຳພັກແຂວງ ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີ; ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດຕໍ່ພະນັກງານ-ສະມາຊິກພັກແລະ ປະຊາຊົນບັນດາເຜົ່າ, ຮັກສາ ແລະ ເສີມຂະຫຍາຍອັນດີ, ແກ້ໄຂອັນຄົງຄ້າງ, ສ້າງອັນໃໝ່ທີ່ຈຳເປັນ ແລະ ເປັນປະໂຫຍດ; ເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ; ເອົາໃຈໃສ່ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນແຂວງໃຫ້ມີຄວາມສະຫງົບປອດໄພ ຢ່າງໜັກແໜ້ນ; ສືບຕໍ່ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໂດຍສະເພາະແມ່ນການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ, ຄະນະພັກຮາກຖານອ້ອມຂ້າງແຂວງ ໃຫ້ຮັບປະກັນຕາມຄຳສັ່ງ, ຄໍາແນະນໍາ ຂອງຂັ້ນເທິງວາງອອກ; ເພີ່ມທະວີນໍາພາ-ຊີ້ນໍາວຽກງານກວດກາ, ກວດສອບໃຫ້ແທດເຖິງກວ່າເກົ່າ, ທັງເປັນມາດຕະການ ເພື່ອຈໍາກັດສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວກົງຈັກຂອງພັກ-ລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ທັນກັບສະພາບ ແລະຖືກຕ້ອງຕາມກົດລະບຽບພັກ ແລະ ກົດໝາຍຂອງລັດ; ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ແຂງແຮງ ແລະ ດີຂຶ້ນເທື່ອລະກ້າວ.