04/10/2023
ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດ ປີ 2026 ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃຫ້ປະກົດຜົນເປັນຈິງ, ຫ້ອງການ ຄກສພ-ອກຫລ ໄດ້ເປີດພິທີຂະບວນການແຂ່ງຂັນຍ້ອງຍໍ-ຮັກຊາດ ແລະ ພັດທະນາຂຶ້ນ ໃນວັນທີ 4 ຕຸລາ 2023 ທີ່ສະໂມສອນ ຄະນະກວດກາສູນກາງພັກ. ໂດຍການເປັນປະທານກອງປະຊຸມຂອງທ່ານ ວິໄລວັນ ບຸດດາຄຳ ກໍາມະການສໍາຮອງສູນກາງພັກ, ກໍາມະການປະຈໍາພັກ ຄະນະກວດກາສູນກາງພັກ , ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ ແລະ ພະນັກງານ-ລັດຖະກອນພາຍໃນຫ້ອງການເຂົ້າຮ່ວມ.

ຈຸດປະສົງຂອງການເປີດພິທີໃນຄັ້ງນີ້ກໍ່ແມ່ນເພື່ອ ກະຕຸກຊຸກຍູ້ໃຫ້ສະມາຊິກພັກ-ພະນັກງານ ຂອງຫ້ອງການ ໃຫ້ມີການເມືອງ, ແນວຄິດ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ມີສະຕິເຄົາລົບການຈັດຕັ້ງ, ລະບຽບວິໄນ, ການປະຕິບັດມະຕິ, ຄໍາສັ່ງ, ກົດໝາຍ, ລະບຽບການຕ່າງໆ, ການພັດທະນາຕົນເອງ ປະກອບສ່ວນໃນການພັດທະນາການຈັດຕັ້ງ, ມີສະຕິຕື່ນຕົວ, ບຸກບືນ, ຫ້າວຫັນ ປະຕິບັດໜ້າທີ່ວຽກງານວິຊາສະເພາະ, ມີຫົວຄິດປະດິດສ້າງ, ສະແຫວງຫາຄວາມຮູ້-ຄວາມສາມາດ ແລະ ປະສົບການໃນວຽກງານຕົວຈິງ ຮັບປະກັນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນຕໍ່ໜ້າ ແລະ ຍາວນານ, ໂດຍຮັບປະກັນ 4 ຄາດໝາຍ ທີ່ຄະນະກວດກາສູນກາງພັກ ໄດ້ວາງອອກຄື: “ ເຮັດໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ຖືກຕ້ອງຕາມກົດໝາຍ ’’ ພ້ອມທັງຮັບປະກັນໃຫ້ໄດ້ຕາມເນື້ອໃນຂໍ້ແຂ່ງຂັນ “3 ໜ້າທີ່ 12 ຂໍ້ປະຕິບັດ ” ຄື: ການປະຕິບັດໜ້າທີ່ການເມືອງ, ການພັດທະນາຕົນເອງ ແລະ ການພັດທະນາປັບປຸງການຈັດຕັ້ງ; ຫັນເອົາການແຂ່ງຂັນຕິດພັນກັບໜ້າທີ່ການເມືອງ, ພາລະບົດບາດ ແລະ ການມອບໝາຍຂອງການຈັດຕັ້ງ, ເຮັດໃຫ້ການແຂ່ງຂັນເປັນພື້ນຖານອັນສຳຄັນ ແລະ ໜັກແໜ້ນ, ເປັນການປຸກລະດົມສົ່ງເສີມຊຸກຍູ້ບຸກຄົນທີ່ຫ້າວຫັນດີເດັ່ນ, ເຮັດສຳເລັດໜ້າທີ່ວຽກງານຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນຊອກໃຫ້ເຫັນພະນັກງານ-ລັດຖະກອນ ຜູ້ທີ່ເຮັດແທ້ທຳຈິງ ເພື່ອເປັນຕົວຊີ້ວັດ, ເປັນບ່ອນອີງໃນການປະເມີນ, ຍ້ອງຍໍຂັ້ນຕ່າງໆ, ທັງເປັນການສ້າງພະນັກງານ.

ໃນຕອນທ້າຍ ທ່ານ ວິໄລວັນ ບຸດດາຄຳ ໄດ້ສະແດງຄວາມຊົມເຊີຍ ແລະ ໂອ້ລົມຕໍ່ພິທີເປັນຕົ້ນແມ່ນ: ຈົ່ງພ້ອມກັນເປັນເຈົ້າການຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງ, ປະຕີບັດໜ້າທີ່ການເມືອງແນວຄິດ, ວິຊາສະເພາະ ໃຫ້ມີປະສິດທິຜົນສູງ; ນຳເອົາເນື້ອໃນຈິດໃຈໃນຄັ້ງນີ້ເພື່ອເປັນບ່ອນອີງໃນການແຂ່ງຂັນໃຫ້ປະກົດຜົນສຳເລັດ, ມີຈຸດສຸມຄາດໝາຍອັນລະອຽດ, ພ້ອມທັງໃຫ້ມີການຕິດຕາມ, ກວດກາ, ສ່ອງແສງລາຍງານ, ສະຫຼຸບ, ປະເມີນຜົນ ໃນແຕ່ລະໄລຍະຢ່າງເປັນປົກກະຕິ.

