05/10/2023
ໃນວັນທີ 27 ກັນຍາ 2023 ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າປົກແຂວງ ໜ່ວຍຊາວໜຸ່ມ ຮາກຖານຄະນະກວດກາພັກແຂວງເຊກອງ ຈັດກອງຊຸມປະເມີນຜົນການປະຕິບັດຂໍ້ແຂ່ງ ຂັນ 4 ບຸກ ຂອງຊາວໜຸ່ມລາວ ຄັ້ງທີ III ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງຕົນຂື້ນ, ພາຍໃຕ້ການເປັນປະທານກອງປະຊຸມ ຂອງສະຫາຍ ຄຳຈິນດາ ໄຊຍະບູລີ ເລຂາໜ່ວຍຊາວໜຸ່ມຮາກຖານຄະນະກວດກາພັກແຂວງ,ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນຄະນະປະທານ ຂອງສະຫາຍ ແຜນວັນທອງ ຈະເລີນເພັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ, ສະຫາຍ ອ່ອນມະນີວັນ ຈັນດາວົງ ຮອງປະທານຄະນະກວດກາພັກແຂວງ, ພ້ອມແຂກທີ່ຖືກເຊີນຈາກຂະແໜງທີ່ກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມພາຍໃນຄະນະກວດກາພັກແຂວງເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 9 ສະຫາຍ.
ພິທີດັ່ງກ່າວ ສະຫາຍ ມີນາ ບົວລະພາ ຮອງເລຂາໜ່ວຍຊາວໜຸ່ມຮາກຖານຄະນະກວດກາພັກແຂວງ ໄດ້ຂື້ນຜ່ານບົດສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຄັ້ງທີ III ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024. ຜ່ານການປະເມີນ ສະມາຊິກພາຍໃນໜ່ວຍ ໄດ້ຮັບການປະເມີນສຳເລັດ 90% ຂື້ນໄປ ແລະ ຈັດຢູ່ໃນປະເພດແຂງ ພ້ອມທັງສະເໜີຍ້ອງຍໍຈາກຄະນະຊາວໜຸ່ມປປລາວ, ສະເໜີໃບຢັ້ງຢືນ 4 ບຸກ ແລະ ສະເໜີທຸງໄຊນໍາໜ້າຈາກສູນກາງຊາວໜຸ່ມ.
ໂອກາດນີ້ ສະຫາຍ ແຜ່ນວັນທອງ ຈະເລີນເພັດ ໄດ້ເນັ້ນໜັກໃຫ້ໜ່ວຍຮາກຖານຊາວໜຸ່ມ ຄະນະກວດກາພັກແຂວງ ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ສະມາຊິກຂອງຕົນເປັນປົກກະຕິ, ນຳພາ-ຊີ້ນຳວຽກງານຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ, ແບ່ງງານ , ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນລະອຽດຈະແຈ້ງສືບຕໍ່ຈັດຕັ້ງຜັນຂະຫຍາຍ, ມະຕິ ກອງປະຊຸມໃຫຍ່ຂອງສູນກາງຊາວໜຸ່ມກໍ່ຄືຂອງແຂວງໃຫ້ປະກົດຜົນເປັນຈິງສະມາຊິກທຸກສະຫາຍຕ້ອງເຄົາລົບລະບຽບກົດໝາຍຂອງພັກ-ລັດ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານເປັນແບບຢ່າງເພື່ອໃຫ້ເປັນສະມາຊິກທີ່ມີຄວາມກ້າວໜ້າ ແລະ ກ້າວໄປເປັນສະມາຊິກຕົວແບບ 4 ບຸກໃນປີຕໍ່ໄປ.