26/09/2023
ຕອນບ່າຍວັນທີ 26 ກັນຍາ 2023 ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ວິໄລວັນ ບຸດດາຄຳ ກໍາມະການສໍາຮອງສູນກາງພັກ, ກໍາມະການປະຈໍາພັກ ຄະນະກວດກາສູນກາງພັກ , ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ ແລະ ພະນັກງານ-ລັດຖະກອນພາຍໃນກົມເຂົ້າຮ່ວມ.
ເພື່ອປະຕິບັດຕາມ ແຈ້ງການແນະນໍາ ຂອງປະທານຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະບັບເລກທີ 03/ຄຊຂຍ.ຄກສພ ລົງວັນທີ 03 ມິຖຸນາ 2023 ແລະ ເພື່ອຈັບມືກັນປະຕິບັດວຽກງານວິຊາສະເພາະຕາມເນື້ອໃນຂໍ້ແຂ່ງຂັນ 03 ໜ້າທີ່, 12 ຂໍ້ປະຕິບັດ ແລະ ຕາມ 03 ແຜນງານຂອງກົມ, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຈຶ່ງໄດ້ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ເພື່ອປຸກລະດົມກຳລັງແຮງຂອງພະນັກງານ-ລັດຖະກອນພາຍໃນກົມ ໃຫ້ເຊີດຊູນ້ຳໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ, ເສີມຂະຫຍາຍຄວາມດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ, ປະດິດສ້າງ ແລະ ແຂ່ງຂັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສູ້ຊົນປະຕິບັດ ບັນດາຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ແຜນການພັດທະນາວຽກງານກວດກາ ໄລຍະ 5 ປີ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ກ່ຽວກັບວຽກງານຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໃຫ້ປະກົດຜົນເປັນຈິງ ເພື່ອເປັນບ່ອນອີງໃນການຄັດເລືອກຜົນງານບຸກຄົນ ແລະ ກົມກອງປະຈຳປີ, 5 ປີ ເພື່ອນຳສະເໜີຂັ້ນເທິງພິຈາລະນາຍ້ອງຍໍຊົມເຊີຍ.



ໃນພິທີໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາເນື້ອໃນແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ແຜນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2026 ຂອງກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຫຼັງຈາກນັ້ນ, ຄະນະກົມ, ຄະນະພະແນກ ໄດ້ຂຶ້ນຈັບມື ແລະ ລົງທະບຽນການແຂ່ງຂັນກັນພາຍໃນກົມ. ໂອກາດດຽວກັນນີ້ ທ່ານ ວິໄລວັນ ບຸດດາຄຳ ຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນກົມ ທີ່ໄດ້ສຳເລັດໃນການສ້າງແຜນການຍ້ອງຍໍ ແລະ ເອກະພາບກັນເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ການຈັດຕັ້ງພຶທີໃນມື້ນີ້ແມ່ນມີຄວາມໝາຍຢ່າງຍິ່ງເພາະມັນຢັ້ງຢືນຄວາມເປັນເອກະພາບສູງໃນການຝຶກຝົນຕົນເອງຮອບດ້ານໂດຍສະເພາະແມ່ນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ເພື່ອຊຸກຍູ້ການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອອນ, ໃຫ້ນໍາເອົາບັນດາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ເປັນບ່ອນອີງໃນການແຂ່ງຂັນກັນຂອງບັນດາພະແນກ ແລະ ພະນັກງານ ໂດຍໃຫ້ແຕ່ລະພະແນກ, ອົງການຈັດຕັ້ງມະຫາຊົນພາຍໃນກົມ ຄົ້ນຄວ້າເນື້ອໃນອັນລະອຽດ, ວາງຄາດໝາຍ ເພື່ອແຂ່ງຂັນກັນ ແລະ ມີການປະເມີນເປັນແຕ່ລະໄລຍະ, ການປະຕິບັດວຽກຕ້ອງມີຈຸດສຸມ ແລະ ເປັນຄະບວນການຢ່າງຟົດຟື້ນ, ໃຫ້ມີການຕິດຕາມ, ກວດກາ ແລະ ປະເມີນຜົນໃນແຕ່ລະເດືອນ, ແຕ່ລະໄຕມາດ ແລະ ປະຈຳປີໃຫ້ເປັນປົກກະຕິ.

