26/09/2023
ໃນວັນທີ 13 ກັນຍາ 2023 ນີ້, ກົມຄົ້ນຄວ້າ ແລະ ວາລະສານກວດກາ ໄດ້ຈັດພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂຶ້້ນ, ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍການເປັນປະທານຂອງ ທ່ານ ວັນຄໍາ ໄຊວົງສັກ ກຳມະການຄະນະພັກ ຄະນະກວດກາສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຜູ້ຊີ້ນໍາກົມຄົ້ນຄວ້າ ແລະ ວາລະສານກວດກາ, ມີຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ ແລະ ພະນັກງານພາຍໃນກົມເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມ ແຈ້ງການແນະນໍາ ຂອງປະທານຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະບັບເລກທີ 03/ຄຊຂຍ.ຄກສພ ລົງວັນທີ 03 ມິຖຸນາ 2023 ແລະ ເພື່ອຈັບມືກັນປະຕິບັດວຽກງານວິຊາສະເພາະຕາມເນື້ອໃນຂໍ້ແຂ່ງຂັນ 03 ໜ້າທີ່, 12 ຂໍ້ປະຕິບັດ ແລະ ຕາມ 03 ແຜນງານຂອງກົມ, ເພື່ອປຸກລະດົມກຳລັງແຮງຂອງພະນັກງານພາຍໃນກົມ ເຊີດຊູນ້ຳໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ, ເສີມຂະຫຍາຍຄວາມດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ, ປະດິດສ້າງ ແລະ ແຂ່ງຂັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສູ້ຊົນປະຕິບັດ ບັນດາຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກ ກົມຄົ້ນຄວ້າ ແລະ ວາລະສານກວດກາ ແລະ ແຜນການພັດທະນາວຽກງານກວດກາ ໄລຍະ 5 ປີ ຂອງຄະນະກວດ ກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ວາງອອກ ແລະ ພ້ອມກັນອອກແຮງແຂ່ງຂັນ ເພື່ອບັນລຸຕາມເນື້ອໃນການແຂ່ງຂັນ 03 ໜ້າທີ່, 12 ຂໍ້ປະຕິບັດ ແລະ 03 ແຜນງານຂອງກົມ ແລະ ບັນລຸຕາມ 4 ຄາດໝາຍລວມ ຂອງເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຄື: ເຮັດໃຫ້ໄວ, ເຮັດໃຫ້ດີ, ເຮັດໃຫ້ຫຼາຍ ແລະ ເຮັດໃຫ້ຖືກຕ້ອງຕາມລະບຽບຂອງພັກ, ກົດໝາຍຂອງລັດ.


ໃນພິທີ ທ່ານ ຄໍາພັນ ລີຝຸງ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ກົມຄົ້ນຄວ້າ ແລະ ວາລະສານກວດກາ ສະບັບເລກທີ 07/ຄຊຂຍ.ຄກສພ, ລົງວັນທີ 07 ກັນຍາ 2023; ຈາກນັ້ນ, ທ່ານ ວັນຄໍາ ໄຊວົງສັກ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາເນື້ອໃນແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງກົມຄົ້ນຄວ້າ ແລະ ວາລະສານກວດກາ ສັບບັບເລກທີ 08/ຄຊຂຍ.ຄກສພ, ລົງວັນທີ 07 ກັນຍາ 2023 (ແຜນການ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2026 ຂອງກົມຄົ້ນຄວາມ ແລະ ວາລະສານກວດກາ ສະບັບເລກທີ 102/ກຄວກ, ລົງວັນທີ 17 ສິງຫາ 2023); ພ້ອມນີ້້, ຄະນະກົມ, ຄະນະພະແນກ ໄດ້ຂຶ້ນຈັບມື ແລະ ລົງທະບຽນການແຂ່ງຂັນກັນພາຍໃນກົມ.


ໃນໂອກາດດຽວກັນນີ້, ທ່ານ ປອ ດາວບົວລະພາ ບາວົງເພັດ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງທຸກທ່ານ ທີ່ມີຄວາມພະຍາຍາມເປັນເຈົ້າການໃນການກະກຽມ ແລະ ຈັດຕັ້ງພິທີໃນຄັ້ງນີ້້. ພ້ອມທັງເນັ້ນໜັກໃຫ້ນໍາເອົາບັນດາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ເປັນບ່ອນອີງໃນການແຂ່ງຂັນກັນຂອງບັນດາພະແນກ ແລະ ພະນັກງານ ໂດຍໃຫ້ແຕ່ລະພະແນກ, ອົງການຈັດຕັ້ງມະຫາຊົນພາຍໃນກົມ ຄົ້ນຄວ້າເນື້ອໃນອັນລະອຽດ, ວາງຄາດໝາຍ ເພື່ອແຂ່ງຂັນກັນ ແລະ ມີການປະເມີນເປັນແຕ່ລະໄລຍະ ໃຫ້ເຫັນໄດ້ດ້ານດີ-ດ້ານຄົງຄ້າງ ເພື່ອຫຼີກເວັ້ນການປະເມີນແບບສະເລ່ຍ, ສະນັ້ນ ການປະເມີນຕ້ອງອີງໃສ່ພາລະບົດບາດ, ຄາດໝາຍສູ້ຊົນຂອງແຕ່ລະພະແນກ ພ້ອມທັງຮັກສາໄດ້ຄຸນທາດການເມືອງ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນຕໍ່ການນໍາພາຂອງພັກ ກໍຄືການຈັດຕັ້ງຂອງກົມ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຕ້ານທຸກອິດທິກໍາລັງປໍລະປັກ ພ້ອມກັນປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີໝາກຜົນສໍາເລັດ. ພ້ອມນີ້, ຄະນະກົມຕ້ອງເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ເປັນປົກກະຕິ, ກຳແໜ້ນບັນດາສະພາບການທີ່ເກີດຂຶ້ນ ທັງພາຍໃນ ແລະ ພາຍນອກ ເພື່ອມາອະທິບາຍໃຫ້ເກີດຄວາມກະຈ່າງແຈ້ງ, ຫຼີກເວັ້ນບັນຫາຄຸມເຄືອ, ມີການຊັບຊ້ອນກໍານົດຕໍາ ແໜ່ງງານພາຍໃນກົມ ໃຫ້ສອດຄ່ອງ ເພື່ອຈັດຕັ້ງປະຕິບັດຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂອງກົມ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

