ທ່ານ ປອ. ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ,ໃຫ້ກຽດຕ້ອນຮັບ ທ່ານ ປີເຕີ ເອັມເຮມອນ (Peter M. Haymond) ເອກອັກຄະລັດຖະທູດ ແຫ່ງສາຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ

31/07/2023

ທ່ານ ປອ. ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ,ໃຫ້ກຽດຕ້ອນຮັບ ທ່ານ ປີເຕີ ເອັມເຮມອນ (Peter M. Haymond) ເອກອັກຄະລັດຖະທູດ ແຫ່ງສາຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ

ໃນວັນທີ 31 ກໍລະກົດ 2023 ນີ້, ທີ່ຫ້ອງຮັບແຂກຄະນະກວດກາສູນກາງພັກ ທ່ານ ປອ. ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໃຫ້ກຽດຕ້ອນຮັບ ທ່ານ ປີເຕີ ເອັມເຮມອນ (Peter M. Haymond) ເອກອັກຄະລັດຖະທູດ ແຫ່ງສາຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ເນື່ອງໃນໂອກາດຈະສິ້ນສຸດວາລະໃນການດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມລິກາ ປະຈໍາ ສປປ ລາວ ຂອງທ່ານໃນທ້າຍເດືອນ ສິງຫາ 2023 ນີ້, ທັງເປັນການລາຍງານຄືນຜົນງານການເຄື່ອນໄຫວວຽກງານໃນໄລຍະດຳລົງຕໍາແໜ່ງຢູ່ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນການທູດ ແລະ ການຮ່ວມມືດ້ານຕ່າງໆ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຂຶ້ນຕື່ມ ແລະ ສືບຕໍ່ການຮ່ວມມືແລກປ່ຽນບົດຮຽນ, ປະສົບການ ລະຫວ່າງສອງປະເທດ ໃນຂົງເຂດວຽກງານກວດກາ ໂດຍສະເພາະແມ່ນວຽກງານຕ້ານການສໍ້ລາດບັງຫຼວງ ໃນຕໍ່ໜ້າ ໃຫ້ມີຄວາມຕໍ່ເນື່ອງ ແລະ ມີຜົນສໍາເລັດຍິ່ງຂຶ້ນ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)