ຄະນະກວດກາແຂວງສາລະວັນ ຕ້ອນຮັບ ທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາພັກ-ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດໃນໂອກາດທີ່ລົງມາເຄື່ຶອນໄຫວວຽກຢູ່ແຂວງສາລະວັນ

25/07/2023

ຄະນະກວດກາແຂວງສາລະວັນ ຕ້ອນຮັບ ທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາພັກ-ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດໃນໂອກາດທີ່ລົງມາເຄື່ຶອນໄຫວວຽກຢູ່ແຂວງສາລະວັນ

​ວັນທີ 25 ກໍລະກົດ 2023 ນີ້, ຄະນະກວດກາແຂວງສາລະວັນ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ພົບປະໂອ້ລົມຂອງທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາພັກ-ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເນື່ອງໃນໂອກາດທີ່ລົງມາເຄື່ອນໄຫວວຽກງານຢູ່ແຂວງ ສາລະວັນ ໂດຍການຕ້ອນຮັບຈາກທ່ານເລີດສະໝີ ຈັນສີຍະວົງ ເລຂາໜ່ວຍພັກ-ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ-ພະນັກງານ-ລັດຖະກອນພາຍໃນຄະນະກວດກາແຂວງ.
ທ່ານ ເລີດສະໝີ ຈັນສີຍະວົງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຕິດຕາມ, ກວດກາຮອບດ້ານ ໃນໄລຍະ 6 ເດືອນຕົ້ນ ແລະ ບາງທິດທາງ 6 ເດືອນທ້າຍປີ 2023, ໂດຍຍົກໃຫ້ເຫັນຜົນສໍາເລັດໃນການ ຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຈໍານວນໜຶ່ງເປັນຕົ້ນ: ການປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດຂອງຄະນະກວດກາພັກ-ອົງການກວດກາລັດແຂວງ, ຄະນະກວດກາ 08 ເມືອງ ແລະ ຂະແໜງກວດກາລັດ ຂອງພະແນກການ-ອົງການຈໍານວນໜຶ່ງ; ຈັດຊຸດຝຶກອົບຮົມວຽກງານສື່ມວນຊົນວຽກງານຕິດຕາມ, ກວດກາໃຫ້ພະນັກງານກວດກາແຂວງ ແລະ ເມືອງ; ດ້ານວຽກງານວິຊາສະເພາະ ກວດກາພັກ, ກວດກາລັດ, ຕ້ານ-ສອບສວນການສໍ້ລາດບັງຫຼວງ ແລະ ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ກໍ່ໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມ, ກວດກາຕາມພາລະບົດບາດຂອງຕົນ, ກວດກາຕາມປົກກະຕິ, ກວດກາຕາມຄໍາສັ່ງ ແລະ ວຽກງານອື່ນໆ ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດເຫັນວ່າຫຼາຍດ້ານໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ພາຍຫຼັງຮັບຟັງການລາຍງານແລ້ວ, ທ່ານ ວິໄລວັນ ບຸດດາຄໍາ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຜົນສໍາເລັດ ທີ່ຄະນະພັກ-ຄະນະນໍາ ກໍຄືຄະນະກວດກາແຂວງສາລະວັນ ຍາດໄດ້ໃນໄລຍະຜ່ານມາ ຄຽງຄູ່ກັນນີ້, ກໍມີບາງທັດສະນະຄໍາເຫັນຈໍານວນໜຶ່ງເປັນການແລກປ່ຽນ ແລະ ເນັ້ນໜັກໃຫ້ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ກັບວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ວຽກງານຕິດຕາມແກ້ໄຂຜົນຂອງການກວດກາ, ຕ້ອງສ້າງໃຫ້ໄດ້ການຫັນປ່ຽນຢ່າງແຂງແຮງ, ເພື່ອສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ໂດຍສະເພາະໃນທ່າມກາງສະ ພາບທີ່ປະເທດພວກເຮົາປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ໃນໂອກາດດຽວກັນນີ້, ທ່ານ ວິໄລວັນ ບຸດດາຄໍາ ກໍ່ໄດ້ມອບອຸປະກອນຮັບໃຊ້ຫ້ອງການປະເພດ ຄອມພິວເຕີຈໍານວນໜຶ່ງຊຸດ, ປິນເຕີໜຶ່ງເຄື່ອງ ລວມມູນຄ່າ 9 ລ້ານກວ່າກີບ. ຂຶ້ນຮັບໂດຍ ທ່ານ ເລີດສະໝີ ຈັນສີຍະວົງ ຮອງປະທານຄະນະກວດກາພັກແຂວງພ້ອມຄະນະ. ເພື່ອປະກອບສ່ວນນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະກໍຄືວຽກງານກວດກາໃຫ້ມີປະສິດທິຜົນສູງກ່ວາເກົ່າ.
ພາບ-ຂ່າວໂດຍ ເປເລ້ ສິນລິດສະໝີ ນັກຂ່າວ ຄະນະກວດກາແຂວງສາລະວັນ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)