ກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລະຫານງານພັກ ຄະນະກວດກາສູນກາງພັກສະໄໝທີ IV

20/07/2023

ກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລະຫານງານພັກ ຄະນະກວດກາສູນກາງພັກສະໄໝທີ IV

ໃນວັນທີ 20 ກໍລະກົດ 2023 ຄະນະກວດກາສູນກາງພັກໄດ້ເປີດກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ສະໄໝທີ IV, ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນ. ພາຍໃຕ້ການເປັນປະທານກອງປະຊຸມຂອງສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໂດຍມີສະຫາຍ ຮອງເລຂາຄະນະພັກ, ບັນດາສະຫາຍກຳມະການປະຈຳພັກ, ຄະນະພັກ, ບັນດາສະຫາຍເລຂາໜ່ວຍພັກ, ຄະນະໜ່ວຍພັກແຕ່ລະກົມ ແລະ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສຳຫຼວດກວດກາຕີລາຄາຄວາມຮັບຜິດຊອບລວມ ຂອງຄະນະບໍລິຫານງານພັກ ແລະ ຄວາມຮັບຜິດຊອບຂອງກຳມະການພັກແຕ່ລະສະຫາຍ ໂດຍມີການວິເຄາະໄຈ້ແຍກຢ່າງເລິກເຊິ່ງການເຄື່ອນໄຫວນຳພາຕົວຈິງເພື່ອໃຫ້ເຫັນອັນດີ-ຜົນງານ, ອັນອ່ອນ-ຄົງຄ້າງລວມ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ຂອງບຸກຄົນຄະນະພັກ ໃນໄລຍະ 2 ປີກວ່າ, ການຈັດກອງປະຊຸມຄັ້ງນີ້ໄດ້ແບ່ງອອກເປັນ 3 ວາລະຄື:​ ວາລະທີ 1 ກອງປະຊຸມທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະພັກ ຄະນະກວດກາສູນກາງພັກ ກາງສະໄໝທີ IV, ເຊິ່ງໃນນັ້ນໄດ້ຜ່ານ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ເລກທີ 268/ລຄລສພ, ລົງວັນທີ 20 ມັງກອນ 2023; ຜ່ານມາດຕະຖານລວມ ຂອງພະນັກງານນໍາພາ-ຄຸ້ມຄ້ອງ, ມາດຕະຖານສະເພາະຄະນະບໍລິຫານງານພັກກະຊວງ-ອົງການ, ໜ້າທີ່,​ ສິດຂອງຄະນະພັກດັ່ງກ່າວ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ; ວາລະທີ 2 ແມ່ນໄດ້ຜ່ານຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກ ຄະນະກວດກາສູນກາງພັກ; ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກວດກາ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ແລະ ປະກອບຄຳເຫັນຕໍ່ 2 ບົດສະຫຼຸບດັ່ງກ່າວ ໂດຍເນັ້ນໜັກ 3 ວຽກຄື: ວຽກງານກວດກາພັກ, ກວດກາລັດ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ; ວາລະທີ 3 ແມ່ນໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ກາງສະໄໝທີ IV, ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ກາງສະໄໝທີ IV ແລະ ສໍາຫຼວດບຸກຄົນໃນຄະນະພັກ.
ນອກນີ້ ສະຫາຍ ປອ ຄຳພັນ ພົມມະທັດ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ຄະນະບໍລິຫານງານພັກ, ບັນດາສະຫາຍສະມາຊິກພັກ, ກໍ່ຄືຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ວິເຄາະ, ພິຈາລະນາຕໍ່ບັນຫາຕ່າງໆຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ດຳເນີນໄປດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ຢ່າງຈົບງາມ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)