05/10/2023
ໃນວັນທີ 19 ມິຖຸນາ 2023 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໜ່ວຍຊາວໜຸ່ມຮາກຖານ ຄະນະກວດກາພັກແຂວງເຊກອງ ໄດ້ເປີດກອງປະຊຸມໃຫ່ຍສະມາຊິກຊາວໝຸ່ມຄັ້ງທີ IV ຂອງຕົນຂື້ນ, ພາຍໃຕ້ການເປັນປະທານກອງປະຊຸມ ຂອງສະຫາຍ ຄຳຈິນດາ ໄຊຍະບູລີ ເລຂາໜ່ວຍຊາວໜຸ່ມຮາກຖານຄະນະກວດກາພັກແຂວງ,ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນຄະນະປະທານ ຂອງສະຫາຍ ແສງໂນພາ ມິກດາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ, ສະຫາຍ ສົມສະຫວັນ ຊຸມພົນພັກດີ ຮອງປະທານຄະນະກວດກາພັກແຂວ; ມີບັນດາສະຫາຍຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ແຂກທີ່ຖືກເຊີນຈາກໜ່ວຍຮາກຖານອ້ອມຂ້າງແຂວງ ພ້ອມດ້ວຍຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນຄະນະກວດກາພັກແຂວງເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 13 ສະຫາຍ.
ກອງປະຊຸມຄັ້ງນີ້; ສະຫາຍ ຄໍາຈິນດາ ໄຊຍະບູລີ ເລຂາໜ່ວຍຊາວໝຸ່ມຮາກຖານຊາວ ຄະນະກວດກາພັກແຂວງໄດ້ຜ່ານຮ່າງລາຍງານການເມືອງ, ຕີລາຄາຄືນຜົນງານໃນການຈັດຕັ້ງປະຕິບັດວຽກງານຂອງຊາວໜຸ່ມ ໃນໄລຍະ 5 ປີ(2019-2023) ແລະ ຜ່ານທິດທາງແຜນການໃນ 5 ປີຕໍ່ໜ້າ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາວຽກງານຊາວໜຸ່ມພ້ອມທັງຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງໜ່ວຍຊາວໜຸ່ມຮາກຖານຄະນະກວດກາພັກແຂວງ ແລະ ກໍານົດທິດທາງແຜນການເຄື່ອນໄຫວໄລຍະ 5 ປີ(2023-2027) ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ. ນອກຈານນີ້ກອງປະຊຸມຍັງໄດ້ມີການມອບຮັບໃບຍ້ອງຍໍຈາກຄະນະບໍລິຫານຊາວໜຸ່ມແຂວງໃຫ້ ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃນໄລຍະ 5 ປີຜ່ານມາ, ຫຼັງຈາກນັ້ນກອງປະຊຸມກໍ່ໄດ້ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຮາກຖານຊາວໜຸ່ມຄະນະກວດກາພັກແຂວງຊຸດໃໝ່ ເຊິ່ງມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ, ມີຜູ້ລົງສະໝັກຮັບເລືອກຕັ້ງຈໍານວນ 5 ສະຫາຍ, ໃນນັ້ນເລືອກເອົາ 3 ສະຫາຍ, ຜ່ານການໃຊ້ສິດໃນການປ່ອນບັດເລືອກຕັ້ງ ສາມາດເລືອກໄດ້ 3 ສະຫາຍຄື: 1. ສະຫາຍ ຄໍາຈິນດາ ໄຊຍະບູລີ ເປັນເລຂາໜ່ວຍຊາວໜຸ່ມ, 2. ສະຫາຍ ມີນາ ບົວລະພາ ເປັນຮອງເລຂາ ພ້ອມທັງເປັນຜູ້ກວດກາໜ່ວຍ 3. ສະຫາຍ ນາງ ຈິນຕະນາ ທັດບົວລະພາ ເປັນຄະນະ.