ພິທີປະກາດ ຍົກຍ້າຍ ແລະ ແຕ່ງຕັ້ງ ຮອງປະທານຄະນະກວດກາພັກ-ອົງການກວດກາລັດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ
12/02/2023
ພິທີປະກາດຍົກຍ້າຍ-ແຕ່ງຕັ້ງ ຮອງປະທານຄະນະກວດກາພັກ-ອົງການກວດກາລັດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ພິທີປະກາດ ຍົກຍ້າຍ ແລະ ແຕ່ງຕັ້ງ ຮອງປະທານຄະນະກວດກາພັກ-ອົງການກວດກາລັດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 8 ກຸມພາ 2023 ທີສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ຕຽງສະໝອນ ພອນປະເສີດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງວຽງພູຄາໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອນ ສີສະຫວັນ ກໍາມະການພັກແຂວງ ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 10 ທ່ານ.
ໃນພິທີ ທ່ານ ພັນວົງໄຊ ວິໄລພອນ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ເລກທີ 17/ຈມ, ລົງວັນ 17 ມັງກອນ 2023 ວ່າດ້ວຍການຍົກຍ້າຍ ທ່ານ ສຸນີ ຄຸນປະເສີດ ກໍາມະການພັກເມືອງ ຮອງປະທານຄະນະກວດກາພັກ-ອົງການກວດກາເມືອງ ແລະ ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າເມືອງ ເລກທີ 19 /ຈມ, ລົງວັນທີ 25 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງ ທ່ານ ວົງແກ້ວ ອຸ່ນທະແສງ ກໍາມະການພັກເມືອງ ເປັນຮອງປະທານຄະນະກວດກາພັກ-ອົງການກວດກາລັດເມືອງຄົນໃໝ່ ຈາກນັ້ນ, ໃນພິທີດັ່ງກ່າວ ຮອງປະທານຄະນະກວດກາພັກ-ອົງການກວດກາລັດເມືອງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຮ່ວມກັນເຊັນບົດບັນທຶກການມອບ-ຮັບໜ້າທີ່ວຽກງານກວດກາ ພາຍໃຕ້ການເປັນສັກຂີພິຍານຂອງ ຄະນະພັກ, ຄະນະນໍາ ຂັ້ນແຂວງ, ຂັ້ນເມືອງ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມຢັ້ງຢືນ. ຕອນທ້າຍຂອງພິທີ ທ່ານ ບຸນທອນ ສີສະຫວັນ ກໍາມະການພັກແຂວງ ຮອງປະທານ ຄະນະກວດກາພັກ-ອົງການກວດກາລັດແຂວງຫຼວງນໍ້າທາ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ກ່ອນອື່ນທ່ານໄດ້ ຍ້ອງຍໍຊົມເຊີຍ ຄະນະກວດກາເມືອງ ທີ່ເອົາໃຈໃສ່ຈັດຕັ້ງປະຕິດບັດພາລະບົດບາດ ໃນການຕິດຕາມ, ກວດກາພັກ-ກວດກາລັດ ທີ່ໄດ້ຮັບຜົນສໍາເລັດຫຼາຍດ້ານໃນຜ່ານມາ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງຕັ້ງໜ້າ. ໂອກາດດຽວກັນນີ້, ທ່ານຍັງໄດ້ເໜັນໜັກເພີ່ມຕືມ ຕໍ່ຄະນະກວດກາ ແລະ ຮອງປະທານກວດກາຜູ້ໃໝ່ໃຫ້ສຸມໃສ່ບາງບັນຫາດັ່ງນີ້: 1. ຕ້ອງເພີ່ມທະວີການບຸກທະລຸທາງດ້ານຈິດຕະນາການ ພ້ອມທັງເປັນເຈົ້າການໃນສຶກສາອົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນເປັນປົກະຕິ, ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງ; 2. ມີຈັນຍາທໍາ, ຈັນຍາບັນຕໍ່ການຈັດຕັ້ງ ບໍອວດອົງທະນົງຕົວ, ມີຄວາມບໍລິສຸດຜຸດຜ່ອງ ຖືຜົນປະໂຫຍດສ່ວນລວມສູງກວ່າສ່ວນຕົວ ຫຼີກລຽງພຶດຕິກໍາອາດຍາສິດ ຫຼື ພຶດຕິກໍາອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ; 3.ປະຕິບັດລະບອບການປະຊຸມ ເຮັດວຽກແບບລວມສູນປະຊາທິປະໄຕ, ມີແບບແຜນວິທີເຮັດວຽກ ກ້າເຮັດກ້າຮັບຜິດຊອບ, ກ້າຕັດສິນບັນຫາ ພ້ອມສະຫຼຸບຖອດຖອນບົດຮຽນ; 4. ເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມຂົນຂວາຍ ໃຫ້ພະນັກງານ, ປະຊາຊົນ ເຂົ້າຮ່ວມວຽກງານກວດກາຢ່າງກ້ວາງຂວາງ.
ພາບ-ຂ່າວໂດຍ: ທ້າວ ລຽນໄຊ ພົງທະສັກ ຄະນະກວດກາພັກ-ລັດ ເມືອງວຽງພູຄາ